ບຸນເຕັດ ຄູກູເຕ ດໍາເນີນໃນວັນທີ 1 ກໍລະກົດ ຕາມຈັນທະປະຕິທິນ. ນີ້ແມ່ນຈຸດເວລາພາຍຫຼັງພໍ່ແມ່ປະຊາຊົນດໍານາຮຽບຮ້ອຍແລ້ວ, ການຈັດພິທີດັ່ງກ່າວເພື່ອແນໃສ່ພາວະນາເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມສະຫງົບສຸກ ແລະມີສຸຂະພາບແຂງແຮງ. ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດບຸນເຕັດ ຄູກູເຕ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາລະດັບຊາດ.

leftcenterrightdel
ຕີກ້ອງ, ຕີຄ້ອງ ເພື່ອສະແດງຄວາມເບີກບານມ່ວນຊື່ນ, ປາດຖະໜາຢາກໃຫ້ລະດູການເກັບກ່ຽວໃນປີໄດ້ຮັບຜົນດີ. ພາບ: qdnd.vn.
leftcenterrightdel
ພໍ່ແມ່ປະຊາຊົນໃນຊຸດອາພອນປະຈໍາເຜົ່າຕ້ອນຮັບບຸນເຕັດ ຄູກູເຕ. ພາບ: qdnd.vn.
leftcenterrightdel
ການລະຫຼິ້ນພື້ນເມືອງ ໄດ້ຈັດຂຶ້ນໃນວັນບຸນເຕັດ ຄູກູເຕ. ພາບ: qdnd.vn.
leftcenterrightdel
ທໍາພິທີບູຊາໃນວັນບຸນເຕັດ. ພາບ: qdnd.vn - (ພາບຖ່າຍເມື່ອຍັງບໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19).

 

ໂດຍ: ໄຊຊະນະ