ໂຄງການດັ່ງກ່າວມີຊື່ວ່າ ຟື້ນຟູການທ່ອງທ່ຽວພາຍໃນປະເທດຂອງທົ່ວປະເທດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19 ຄັ້ງທີ 4 ດ້ວຍຫົວຂໍ້ "ການເຊື່ອມຕໍ່ການທ່ອງທ່ຽວສີຂຽວຂອງຫວຽດນາມ". ເນື້ອໃນຕົ້ນຕໍຂອງໂຄງການແມ່ນສ້າງມາດຕະຖານຄວາມປອດໄພໃນລະບົບການບໍລິການທ່ອງທ່ຽວ;  ສ້າງກອບຂັ້ນຕອນຈັດຕັ້ງກິດຈະກໍາການທ່ອງທ່ຽວປອດໄພ; ແນະນໍາໃຫ້ສະມາຄົມທ່ອງທ່ຽວ ແລະວິສາຫະກິດທ່ອງທ່ຽວທ້ອງຖິ່ນນໍາໃຊ້ມາດຕະການທ່ອງທ່ຽວທີ່ປອດໄພຢ່າງມີໄຫວພິບໃນສະພາບຕົວຈິງ, ຕິດຕາມກວດກາ ແລະຕີລາຄາຜົນຂອງໂຄງການທ່ອງທ່ຽວປອດໄພ ...

leftcenterrightdel
ກອງປະຊຸມສໍາມະນາ “ບັ້ນຮົບສີຂຽວ-ຂຽວ”. ພາບ: ຕວ່ານລີງ

ໃນວັນດຽວກັນ, ສະມາຄົມທ່ອງທ່ຽວຮ່າໂນ້ຍ ແລະສະໂມສອນທ່ອງທ່ຽວຍືນຍົງ VGreen ໄດ້ຈັດຕັ້ງກອງປະຊຸມສໍາມະນາໂດຍກົງສົມທົບກັບທາງໄກ ໃນຫົວຂໍ້ “ບັ້ນຮົບສີຂຽວ-ຂຽວ” ລະຫວ່າງທ້ອງຖິ່ນ ແລະວິສາຫະກິດການທ່ອງທ່ຽວ ເພື່ອພ້ອມກັນຊອກຫາມາດຕະການຟື້ນຟູຕະຫຼາດທ່ອງທ່ຽວຫຼັງໂລກລະບາດ.

ໂດຍ: ທະນາພອນ