leftcenterrightdel
ລູກເຕົ່າພາຍຫຼັງທີ່ແຕກອອກຈາກໄຂ່ໄດ້ປ່ອຍສູ່ທະເລຢູ່ປ່າສະຫງວນແຫ່ງຊາດນຸ໊ຍຈົ໊ວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາງ ເລທິຮົ່ງເວິນ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອົງການສຶກສາ, ວິທະຍາສາດ ແລະວັດທະນະທຳຂອງ ສປຊ (UNESCO) ແລ້ວ, ປັດຈຸບັນ ຫວຽດນາມ ມີເຂດລະບົບນິເວດ 9 ແຫ່ງໄດ້ຮັບການຮັບຮອງຈາກ UNESCO.

ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດລະບົບນິເວດ 2 ແຫ່ງຂອງຫວຽດນາມ ໄດ້ຮັບການປ່ອນບັດຮັບຮອງນັ້ນທີ່ ຫວຽດນາມ ຈະມີເຂດລະບົບນິເວດ 11 ແຫ່ງ ແລະຈະເປັນໜຶ່ງໃນບັນດາປະເທດທີ່ມີເຂດລະບົບນິເວດໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກ. ນີ້ກໍ່ແມ່ນຄັ້ງທຳອິດນັບແຕ່ປີ 2015 ເປັນຕົ້ນມາ, ຫວຽດນາມ ໄດ້ຍົກເຂດລະບົບນິເວດອອກມາສະເໜີ. ຄາດວ່າ ຕອນບ່າຍວັນທີ 15 ກັນຍາ, CIC – MAB ເລີ່ມປ່ອນບັດຄັດເລືອກ.

ໂດຍ: ທະນາພອນ