leftcenterrightdel
ຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: qdnd.vn.

ງານວາງສະແດງແບ່ງເປັນ 4 ພາກດ້ວຍຮູບພາບ, ເອກະສານ, ວັດຖຸພັນກວ່າ 200 ຢ່າງໄດ້ແນະນຳ, ວາງສະແດງຢູ່ທີ່ນີ້, ໃນນັ້ນມີວັດຖຸພັນພົ້ນເດັ່ນ, ຕິດພັນກັບຊີວິດ ແລະພາລະກິດຂອງພົນເອກ ຫວໍງວຽນຢາບ, ລວມມີ: ປືນສັ້ນຂອງສະຫາຍ ຫວໍງວຽນຢາບ ທີ່ນຳໃຊ້ເມື່ອບັນຊາກອງທະຫານໂຄສະນາປົດປ່ອຍຫວຽດນາມ ຕີເອົາຊະນະໃນບັ້ນຮົບທຳອິດຢູ່ພາຍຄັດ, ນາເງິ່ນ ໃນວັນທີ 24 ແລະ 25 ທັນວາ 1944; ດຳລັດສະບັບເລກທີ 110-SL, ລົງວັນທີ 20 ມັງກອນ 1948 ຂອງປະທານລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ວ່າດ້ວຍການປະດັບຍົດພົນເອກໃຫ້ແກ່ສະຫາຍ ຫວໍງວຽນຢາບ; ຫຼຽນໄຊດາວເຫຼືອງ - ລາງວັນສູງສົ່ງຂອງພົນເອກ ຫວໍງວຽນຢາບ; ຄຳສັ່ງລົງວັນທີ 7 ເມສາ 1975 ຂອງພົນເອກ ຫວໍງວຽນຢາບ ໃນບັ້ນຮົບໂຮ່ຈີມິນ ປະຫວັດສາດ ...

ໂດຍ: ທະນາພອນ