ຫວ່າງແລ້ວນີ້, ວາລະສານ Time ຂອງອາເມລິກາ ຄັດເລືອກນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະຝູກ໊ວກ ເຂົ້າທອັບ 100 ສະຖານທີ່ສຸດຍອດໃນໂລກປີ 2021. ບັນຊີລາຍຊື່ປີນີ້ໄດ້ຄັດເລືອກຕາມມາດຕະຖານບັນດານະຄອນທ່ອງທ່ຽວທີ່ສວຍງາມ, ມີຄວາມສາມາດຟື້ນຟູ ແລະຕອບສະໜອງໃນສະຖານະການພະຍາດໂຄວິດ-19 ໄດ້ດີທີ່ສຸດ.

leftcenterrightdel
ເກາະເພັດ ຝູກ໊ວກ. ພາບ: vov.vn.

ໃນນັ້ນ, ວາລະສານ Time ໄດ້ພັນລະນາຮ່າໂນ້ຍແມ່ນ “ນະຄອນຫຼວງທີ່ມີມານັບພັນປີ, ຍັງຄົງຮັກສາສີສັນໄວ້ໄດ້ເມື່ອຮັບເອົາການປ່ຽນແປງ. ວັດທະນະທໍາອາຫານການກິນຕາມຖະໜົນ, ພິເສດເຝີ ເຊິ່ງແມ່ນອາຫານທີ່ເປັນເອກະລັກສະເພາະຂອງນະຄອນ”. ສ່ວນນະຄອນໂຮ່ຈີມິນ ໄດ້ຮັບການປຽບທຽບແມ່ນ "ລົດຊາດຂອງຫວຽດນາມ" ເມື່ອມີຮ້ານອາຫານທີ່ມີຊື່ສຽງຫຼາຍແຫ່ງ. Anan Saigon ແມ່ນຮ້ານອາຫານທຳອິດໃນພາກພື້ນທີ່ໄດ້ລອດເຂົ້າທອັບ 50 ຮ້ານອາຫານດີທີ່ສຸດໃນອາຊີ. ວາລະສານ Time ກໍ່ປຽບທຽບເກາະເພັດ ຝູກ໊ວກ ງາມເໝືອນດັ່ງແດນສະຫວັນ. ແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ມີລະດັບພັດທະນາໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ຄາດຄະເນວ່າເກາະເພັດ ຈະເປີດຮັບໃຊ້ແຂກສາກົນຄືນໃໝ່ແຕ່ເດືອນຕຸລາ 2021 ດ້ວຍການບໍລິການໃໝ່ຫຼາຍຢ່າງ.

ໂດຍ: ເຈິ່ນຮວ່ຽນ