leftcenterrightdel
ລາຍການສະແດງສິລະປະ 2021. ພາບ: ລານຢິ້ວ.

ຕາມນັ້ນແລ້ວ, ນັບແຕ່ນີ້ຮອດວັນທີ 31 ທັນວາ, ວິສາຫະກິດທ່ອງທ່ຽວກວ່າ 100 ແຫ່ງຈະຫຼຸດລາຄາບໍລິການແຕ່ 10-70% ໃຫ້ນັກທ່ອງທ່ຽວ.  ເປັນໜ້າປະທັບໃຈແມ່ນລາຍການ “ໄປຊາປາຍາມດອກໄມ້ເບັ່ງບານ”, ດ້ວຍບຸລິມະສິດຫຼາຍຢ່າງໃຫ້ແກ່ນັກທ່ອງທ່ຽວທີ່ມາຈາກ 6 ແຂວງພາກເໜືອ, ຊາວຫວຽດນາມ ແລະຊາວຕ່າງປະເທດທີ່ພວມອາໄສຢູ່ຫວຽດນາມ. ນອກຈາກນັ້ນ, ຍັງມີເຫດການ ແລະງານບຸນຕ່າງໆທີ່ຈັບອົກຈັບໃຈຈະຈັດຕັ້ງໃນຕະຫຼອດປີ 2021, ອັນຈະສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ຄື: ງານບຸນວິຫານເມົ້າເທື້ອງ ແລະງານບຸນລະດູແຫ່ງຄວາມຮັກທີ່ຈັດຕັ້ງເປັນຄັ້ງທຳອິດ; ງານບຸນຄົ້ນຫາວັດທະນະທຳບັນດາເຜົ່າຢູ່ຕາແສງຕາຝິ່ນ, ເຜົ່າມົ້ງຢູ່ບ້ານກ໋າດກ໋າດ...

ໂດຍ: ກວຽດເຕິມ