ການພັດທະນາດ້ວຍລະບົບນິເວດອຸດສາຫະກໍາ-ຕົວເມືອງ-ການບໍລິການ

ເມື່ອຢ້ຽມຢາມແຂວງບິ່ງເຢືອງ ໃນຊຸມວັນຕົ້ນລະດູບານໃໝ່ປີສະຫຼູ 2021, ໃຜໆກໍ່ນິຍົມຮູບແບບພັດທະນາບັນດາເຂດອຸດສາຫະກໍາ ຕິດພັນກັບການພັດທະນາຕົວເມືອງ ແລະຮັບປະກັນການບໍລິການໃຫ້ແກ່ການດໍາລົງຊີວິດໃນປັດຈຸບັນ.

ລະບົບນິເວດອຸດສາຫະກໍາ-ຕົວເມືອງ-ການບໍລິການໄດ້ຊ່ວຍໃຫ້ແຂວງບິ່ງເຢືອງ ພັດທະນາຢ່າງວ່ອງໄວ, ດຶງດູດບັນດາວິສາຫະກິດຢູ່ພາຍໃນ ແລະຕ່າງປະເທດ, ແຜ່ຂະຫຍາຍ ແລະພັດທະນາເຖິງທ້ອງຖິ່ນອື່ນອີກ, ຄື: ບິ່ງເຟືອກ, ບິ່ງຖ້ວນ, ລອງອານ, ບິ່ງດິ້ງ…

leftcenterrightdel
ໃຈກາງນະຄອນໃໝ່ບິ່ງເຢືອງ ໃນປັດຈຸບັນ. ພາບ: ເລຟີຮຸ່ງ.

ດ້ວຍລະບົບນິເວດປ່ຽນແປງໃໝ່, ມີຫຼາຍມະຫາວິທະຍາໄລທີ່ທັນສະໄໝ, ຮາກຖານສຶກສາທີ່ສະຫຼາດ, ບັນດາໂຮງໝໍຂະໜາດໃຫຍ່ ແລະເຂດວັດທະນະທຳ-ກິລາ ໄດ້ຮັບການກໍ່ສ້າງຢູ່ແຂວງບິ່ງເຢືອງ. ກຳມະກອນຢູ່ບັນດາເຂດອຸດສາຫະກຳ ແລະປະຊາຊົນມີເງື່ອນໄຂຄົ້ນຄວ້າ, ຮໍ່າຮຽນເພື່ອຍົກສູງລະດັບຄວາມຮູ້, ວິຊາສະເພາະ ແລະຍົກສູງຄຸນນະພາບການດຳລົງຊີວິດຂອງເຂົາເຈົ້າ. ແຂວງບິ່ງເຢືອງ ຮ່ວມສໍາພັນ ແລະຮ່ວມມືຍຸດທະສາດກັບຄູ່ຮ່ວມມືທັງຢູ່ພາຍໃນ ແລະຕ່າງປະເທດ, ໂດຍສະເພາະແມ່ນບັນດາປະເທດທີ່ພັດທະນາ, ຄື: ໂຮນລັງ, ສິງກະໂປ, ສ.ເກົາຫຼີ, ຍີ່ປຸ່ນ... ສິ່ງດັ່ງກ່າວໄດ້ປຸກລຸກຄວາມສາມາດບົ່ມຊ້ອນຂອງແຂວງ, ເສີມຂະຫຍາຍພູມປັນຍາຂອງມະນຸດ, ເຕົ້າໂຮມຜູ້ທີ່ມີຄວາມເກັ່ງກ້າສາມາດ ແລະຊຸກຍູ້ແຂວງບິ່ງເຢືອງ ພັດທະນາຢ່າງແຮງ.

ຄວາມໄວ້ເນື້ອເຊື່ອໃຈຕໍ່ນະຄອນອັດສະລິຍະ

ໂດຍແມ່ນແຂວງທີສອງຂອງພາກໃຕ້ທີ່ມີໂຄງການກໍ່ສ້າງນະຄອນອັດສະລິຍະ, ແຂວງບິ່ງເຢືອງ ໄດ້ສ້າງກຳລັງແຮງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກັບນະຄອນ Eindhoven ຂອງໂຮນລັງ ແລະປະຊາຄົມອັດສະລິຍະໃນໂລກໄດ້ນຳແຂວງບິ່ງເຢືອງ ຈາກພື້ນຖານອຸດສະຫະກຳຜະລິດແບບເກົ່າໄປສູ່ພື້ນຖານເສດຖະກິດທີ່ມີມູນຄ່າເພີ່ມເຕີມສູງ, ໃນນັ້ນການປ່ຽນແປງໃໝ່, ປະດິດສ້າງແມ່ນພື້ນຖານກຳລັງໜູນເພື່ອພັດທະນາ.

ທ່ານ ຫງວຽນຮວ່າງທາວ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ແບ່ງປັນວ່າ: “ເລື່ອງກໍ່ສ້າງນະຄອນອັດສະລິຍະດ້ວຍຮູບແບບ (ໂຮງຮຽນ, ນັກວິທະຍາສາດ, ວິສາຫະກິດ) ໄດ້ຊ່ວຍໃຫ້ແຂວງບິ່ງເຢືອງ ລະດົມການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຈາກປະຊາຄົມອັດສະລິຍະໃນໂລກ, ເປັນຕົ້ນແມ່ນວິສາຫະກິດ, ນັກວິທະຍາສາດ ແລະປັນຍາຊົນໜຸ່ມເພື່ອຜັນຂະຫຍາຍແນວຄວາມຄິດທີ່ມີຫົວຄິດປ່ຽນແປງໃໝ່ປະດິດສ້າງ, ກໍ່ສ້າງນະຄອນອັດສະລິຍະໃຫ້ປະກົດຜົນເປັນຈິງ”.

ພັດທະນາເຂດປ່ຽນແປງໃໝ່ປະດິດສ້າງ

ປີ 2020, ທົ່ວໂລກຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ຄວາມຫຍຸ້ງຍາກ ແລະສິ່ງກີດຂວາງເຫຼົ່ານັ້ນບໍ່ເຮັດໃຫ້ຜູ້ນຳຂອງແຂວງບິ່ງເຢືອງ ຫວາດຫວັ່ນໄດ້. ກົງກັນຂ້າມ, ທ້ອງຖິ່ນໄດ້ກ້າກໍ່ສ້າງ, ຜັນຂະຫຍາຍໂຄງການເຂດປ່ຽນແປງໃໝ່ປະດິດສ້າງຢູ່ແຂວງບິ່ງເຢືອງ. ໂຄງການນີ້ແມ່ນ “ບາດກ້າວບຸກທະລຸທີ່ອົງອາດ” ຂອງແຂວງບິ່ງເຢືອງ, ຮັບມືກັບການກະທົບຈາກໂລກລະບາດຢ່າງມີປະສິດທິຜົນ ແລະທ່ວງທັນກັບການພັດທະນາຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ນະຄອນຖຸເຢົ່າໂມດ ໄດ້ກໍານົດວ່າແມ່ນໃຈກາງຂອງເຂດປ່ຽນແປງໃໝ່ປະດິດສ້າງດ້ວຍປັດໄຈຕ່າງໆຄື: ລະບົບການບໍລິຫານປະຕູດຽວ, ລະບົບການສຶກສາຂັ້ນມະຫາວິທະຍາໄລ, ລະບົບນິເວດປ່ຽນແປງໃໝ່ປະດິດສ້າງ, ສູນການຄ້ານະຄອນໃໝ່ບິ່ງເຢືອງ, ເຂດຕົວເມືອງທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມເຕັກໂນໂລຢີຂໍ້ມູນຂ່າວສານ, ສູນ logistics ໃຫ້ການຄ້າເອເລັກໂຕນິກ... ບັນດາໂຄງການຈຸດສຸມແມ່ນສູນການຄ້າໂລກນະຄອນໃໝ່ບິ່ງເຢືອງ (WTC BDNC) ແລະເຂດອຸດສາຫະກຳວິທະຍາສາດ ແລະເຕັກໂນໂລຢີຢູ່ເມືອງເບົ່າບ່າງ.

leftcenterrightdel
ການນໍາແຂວງບິ່ງເຢືອງ ແນະນໍາກ່ຽວກັບໂຄງການເຂດປ່ຽນແປງໃໝ່ປະດິດສ້າງ. ພາບ: ເລຟີຮຸ່ງ.

ທ່ານ ເຈິ່ນວັນນາມ, ເລຂາພັກແຂວງບິ່ງເຢືອງ ໃຫ້ຮູ້ວ່າ: “ການຊຸກຍູ້ວິທະຍາສາດເຕັກໂນໂລຢີ ຈະເປີດກວ້າງການຮ່ວມມືລົງທຶນ, ດຶງດູດບັນດາວິສາຫະກິດ ແລະກຸ່ມບໍລິສັດມາລົງທຶນຢູ່ແຂວງບິ່ງເຢືອງ ເພື່ອແນໃສ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ດ້ວຍເປົ້າໝາຍ: “ສ້າງແຂວງບິ່ງເຢືອງ ໃຫ້ກາຍເປັນສູນອຸດສາຫະກຳພັດທະນາ, ຕົວເມືອງອັດສະລິຍະ, ສີວິໄລ, ທັນສະໄໝ, ເຂັ້ມແຂງທາງດ້ານເສດຖະກິດ, ໝັ້ນແກ່ນທາງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຶງດູດກ່ຽວກັບການດໍາລົງຊີວິດ ແລະແມ່ນດິນແດນແຫ່ງຄວາມຮັກສຳລັບທຸກຄົນ”.

ໂດຍ: ທູຈາງ