leftcenterrightdel
ໝູ່ເກາະກາດບ່າ ເບິ່ງຈາກມຸມສູງ. ພາບ: ສໍານັກຂ່າວສານຫວຽດນາມ

ໝູ່ເກາະກາດບ່າ ໄດ້ຈັດອັນດັບແມ່ນທັດສະນີຍະພາບລະດັບຊາດພິເສດ. ໝູ່ເກາະກາດບ່າ ລວມມີເກາະກວ່າ 360 ແຫ່ງ, ໃນນັ້ນມີເກາະກາດບ່າ ຢູ່ທາງທິດໃຕ້ຂອງອ່າວຮ້າລອງ, ຢູ່ນອກຝັ່ງທະເລຂອງນະຄອນຫ໋າຍຟ່ອງ ແລະແຂວງກວ໋າງນີງ, ຫ່າງຈາກໃຈກາງນະຄອນຫ໋າຍຟ່ອງ ປະມານ 30 ກິໂລແມັດ, ນະຄອນຮ້າລອງ ປະມານ 25 ກິໂລແມັດ. ນີ້ແມ່ນແຫ່ງ ທີ່ UNESCO ໄດ້ຮັບຮອງວ່າເປັນເຂດສະຫງວນຊີວະພາບໂລກ. ເລື່ອງສະເໜີໝູ່ເກາະກາດບ່າ ເປັນມໍລະດົກໂລກ ເພື່ອແນໃສ່ປົກປັກຮັກສາ, ອະນຸລັກຮັກສາ ແລະຮັກສາຄຸນຄ່າພິເສດກ່ຽວກັບຊີວະພາບຫຼາຍຮູບຫຼາຍແບບໃຫ້ຄົນລຸ້ນຫຼັງ. ໝູ່ເກາະກາດບ່າ ກາຍເປັນມໍລະດົກໂລກ ກ່ອນອື່ນໝົດຈະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນກາດບ່າ, ພ້ອມທັງປະກອບສ່ວນໂຄສະນາ ແລະຍົກສູງຮູບພາບ, ຖານະບົດບາດຂອງປະເທດ, ດຶງດູດບັນດາຂົງເຂດລົງທຶນດ້ານເສດຖະກິດ - ຊີວະພາບ.

ໂດຍ: ທະນາພອນ