ຈໍານວນເຂົ້າສານນີ້ ແມ່ຕູ້ ຫງວຽນທິຕື໋ວ ໄດ້ມອບໃຫ້ກອງບັນຊາການທະຫານແຂວງຮ່າຕີ໋ງ ເພື່ອແບ່ງປັນ, ແຈກຢາຍໃຫ້ບັນດາຮາກຖານແຍກປ່ຽວປ້ອງກັນເຊື້ອພະຍາດໂຄວິດ-19 ໃນບໍລິເວນແຂວງຮ່າຕີ໋ງ.

leftcenterrightdel
ແມ່ຕູ້ ຫງວຽນທິຕື໋ວ ສະໜັບສະໜູນເຂົ້າສານຈຳນວນ 2 ໂຕນໃຫ້ບັນດາຮາກຖານແຍກປ່ຽວໃນບໍລິເວນ. ພາບ: tienphong.vn.

ແມ່ຕູ້ ຫງວຽນທິຕື໋ວ ໃຫ້ຮູ້ວ່າ ເຂົ້າສານ 2 ໂຕນທັງໝົດນັ້ນໄດ້ຊື້ມາຈາກເງິນທີ່ຕົນເອງປະຢັດໄດ້ຕັ້ງແຕ່ໃດມາ. ໃນຊຸມວັນຫວ່າງແລ້ວນີ້, ເມື່ອຮັບຟັງ, ສະຖານີວິທະຍຸກະຈາຍສຽງ, ໂທລະພາບອອກຂ່າວກ່ຽວກັບເຊື້ອພະຍາດໂຄວິດ-19, ແມ່ຕູ້ໄດ້ຄິດໄວ້ວ່າຕົນເອງຕ້ອງເຮັດຫຍັງແດ່ໃຫ້ແກ່ສັງຄົມ. ຍ້ອນແນວນັ້ນ, ແມ່ຕູ້ຈຶ່ງຕັດສິນນຳເອົາເງິນທີ່ຕົນເອງສາມາດປະຢັດໄດ້ ແລະເພິ່ງລູກຫຼານໄປຊື້ເຂົ້າສານເພື່ອມາສະໜັບສະໜູນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19.

leftcenterrightdel
ນີ້ແມ່ນການກະທໍາທີ່ມີຄວາມໝາຍ, ປະກອບສ່ວນຮ່ວມແຮງຮ່ວມໃຈກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ພາບ: tienphong.vn.

ທ່ານພັນໂທ ດັ້ງວັນດີ້ງ ຫົວໜ້າພະລາທິການກອງບັນຊາການທະຫານແຂວງຮ່າຕີ໋ງ ແບ່ງປັນວ່າ ນີ້ແມ່ນການກະທໍາເຮັດໃຫ້ຫຼາຍຄົນຕື້ນຕັນໃຈໃນຈຸດເວລາທີ່ທົ່ວປະເທດພວມຮ່ວມແຮງຮ່ວມໃຈກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ກົມກອງຈະຂົນສົ່ງເຂົ້າສານດັ່ງກ່າວໄປແຈກຢາຍໃຫ້ບັນດາເຂດແຍກປ່ຽວຂອງແຂວງຮ່າຕີ໋ງ ເພື່ອເພີ່ມຄາບເຂົ້າໃຫ້ແກ່ພົນລະເມືອງໃນຈຸດເວລານີ້.

ສ່ວນຢູ່ຕາແສງ ແທັກດ່າຍ, ເມືອງແທັກຮ່າ, ແມ່ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນທິບາ (ປີເກີດ 1933, ຢູ່ບ້ານກີ່ຟອງ) ຫາກໍ່ນໍາເອົາເຂົ້າສານ 5 ກິໂລກຣາມ ໄປໃຫ້ເຂດແຍກປ່ຽວເພື່ອສະໜັບສະໜູນທ້ອງຖິ່ນໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ຮູບພາບແມ່ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນທິບາ ອາຍຸ 90 ຍ່າງຫຼັງກົ່ງມືຫິ້ວເຂົ້າສານ 5 ກິໂລກຣາມ ໄປສະໜັບສະໜນເຂດແຍກປ່ຽວໄດ້ເຮັດໃຫ້ຫຼາຍຄົນຕື້ນຕັນໃຈ.

leftcenterrightdel
ຮູບພາບແມ່ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນທິບາ ນໍາເຂົ້າສານໄປໜູນຊ່ວຍເຂດແຍກປ່ຽວເຮັດໃຫ້ຫຼາຍຄົນຕື້ນຕັນໃຈ.ພາບ: tienphong.vn.

ທ່ານ ເຢືອງວັນຫາຍ ຮອງປະທານຄະນະກໍາມະການປະຊາຊົນຕາແສງແທັກດ່າຍ, ເມືອງແທັກຮ່າ (ຮ່າຕີ໋ງ) ໃຫ້ຮູ້ວ່າ ພາຍຫຼັງຕາແສງຮຽກຮ້ອງໃຫ້ປະຊາຊົນສະໜັບສະໜູນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19, ມີຫຼາຍຄົນໄດ້ມາສະໜັບສະໜູນ ແລະພ້ອມກັນປະກອບເຫື່ອແຮງເພື່ອໜູນຊ່ວຍການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ໃນນັ້ນມີແມ່ຕູ້ ຫງວຽນທິບາ ເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ເພິ່ນຍັງກຽມຈິດກຽມໃຈໜູນຊ່ວຍພ້ອມກັບທຸກຄົນໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ