ໃນຫຼາຍປີມໍ່ໆມານີ້, ຕົ້ນຝາງສີອິດ ໄດ້ປູກຫຼາຍຢູ່ຕາມຖະໜົນສາຍຕ່າງໆ, ສວນສາທາລະນະດ່າລາດ. ຍ້ອນເໝາະສົມກັບສະພາບດິນຟ້າອາກາດ ແລະຄຸນລັກສະນະຂອງດິນ, ສະນັ້ນ, ຕົ້ນຝາງສີອິດ ຈຶ່ງເຕີບໂຕໄວ, ມີດອກຫຼາຍ ແລະມີສີສັນທີ່ສວຍງາມ. ໃນເດືອນມີນາ, ຕົ້ນຝາງສີອິດຢູ່ດ່່າລາດ ເລີ່ມແຕກດອກອອກໜໍ່, ເວລາແຕກດອກຈະແກ່ຍາວປະມານ 1 ເດືອນ. ລະດູຕົ້ນຝາງສີອິດແຕກດອກ, ດ່າລາດປຽບເໝືອນດັ່ງໄດ້ໂອບຕົວເອງຢູ່ໃນຄວາມສວຍງາມແບບເພີນຈິດ, ສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້ໃນດວງໃຈຂອງແຂກທ່ອງທ່ຽວ.

ໜັງສືພິມກອງທັບປະຊາຊົນຫວຽດນາມ  ຂໍແນະນໍາບາງຮູບພາບກ່ຽວກັບລະດູດອກຝາງສີອິດຢູ່ດ່າລາດ ໃນຊຸມວັນນີ້.

leftcenterrightdel
ມຸມໜຶ່ງໃນນະຄອນດ່າລາດທີ່ເຕັມໄປດ້ວຍສີສັນຂອງດອກຝາງສີອິດ. ພາບ: qdnd.vn.
leftcenterrightdel
ດອກໄມ້ສີອິດທີ່ສວຍງາມ. ພາບ: qdnd.vn.
leftcenterrightdel
ເຂດສວນເດືອນ ມີນາ. ພາບ: qdnd.vn.
leftcenterrightdel
ສີສັນຂອງດອກໄມ້ໄດ້ດຶງດູດແຂກທ່ອງທ່ຽວ. ພາບ: qdnd.vn.
leftcenterrightdel
ຂອບຟ້າຂອງດອກຝາງສີອິດ. ພາບ: qdnd.vn.
leftcenterrightdel
ດອກຝາງສີອິດ ຢູ່ອ້ອມໜອງຊວັນເຮືອງ. ພາບ: qdnd.vn.
leftcenterrightdel
ດອກຝາງສີອິດຢູ່ຖະໜົນສາຍໜຶ່ງ. ພາບ: qdnd.vn.

ໂດຍ: ໄຊຊະນະ