ນັກຂ່າວ: ຂໍຮຽນສະຫາຍ, ຄວາມເສຍຫາຍຍ້ອນຜົນສະທ້ອນຈາກພາຍຸຢາກີຢູ່ແຂວງລາວກາຍ ແມ່ນຄືແນວໃດ?

ພັນເອກພິເສດ ຟ້າມຮຸ່ງຮືງ: ແຕ່ຄໍ່າຄືນວັນທີ 7 ຮອດວັນທີ 11 ກັນຍາ, ມີ 6/9 ເມືອງຂອງແຂວງລາວກາຍມີຝົນຕົກໜັກ, ເກີດນໍ້າແກ່ງ, ດິນເຊາະເຈື່ອນ, ກໍ່ຄວາມເສຍຫາຍໜັກໜ່ວງທີ່ສຸດທາງດ້ານຊີວິດອິນຊີ, ຊັບສິນ. ຮອດເວລາ 11 ໂມງຂອງວັນທີ 19 ກັນຍາ, ທົ່ວແຂວງມີຜູ້ເສຍຊີວິດ 128 ຄົນ, ຫາຍສາບສູນ 23 ຄົນ ແລະຖືກບາດເຈັບ 85 ຄົນ.

ນັກຂ່າວ: ກໍາລັງປະກອບອາວຸດແຂວງໄດ້ຜັນຂະຫຍາຍຮັບມືກັບໄພທໍາມະຊາດຄືແນວໃດ?

ພັນເອກພິເສດ ຟ້າມຮຸ່ງຮືງ: ເມື່ອເກີດນໍ້າແກ່ງ, ດິນເຊາະເຈື່ອນຢູ່ບໍລິເວນແຂວງ, ໂດຍສະເພາະແມ່ນຢູ່ບ້ານນູ, ພວກຂ້າພະເຈົ້າໄດ້ຈັດແບ່ງວຽກງານໃຫ້ບັນດາສະຫາຍໃນກອງບັນຊາການທະຫານແຂວງຮັັບຜິດຊອບ ແລະເຂົ້າຮ່ວມຄະນະປະຕິບັດງານດໍາເນີນການກວດກາ, ເລັ່ງລັດ, ຊີ້ນໍາແກ້ໄຂຜົນຮ້າຍໂດຍກົງ. ດ້ວຍທິດນໍາກູ້ຄົນກ່ອນ, ຊັບສິນຕາມຫຼັງ, ວຽກງານກູ້ໄພ-ກູ້ຊີບ, ຊອກຫາຜູ້ຫາຍສາບສູນ, ນໍາຄົນເຈັບໄປປະຖົມພະຍາບານສຸກເສີນນັ້ນກໍາລັງປະກອບອາວຸດໄດ້ປະຕິບັດດ້ວຍຈິດໃຈຮີວດ່ວນທີ່ສຸດ, ປອດໄພທີ່ສຸດ. ພ້ອມກັນນັ້ນ, ກອງບັນຊາການທະຫານແຂວງໄດ້ເປັນເສນາທິການລະດົມກໍາລັງ, ພາຫະນະຢູ່ກັບທີ່ຫຼາຍທີ່ສຸດເຂົ້າຮ່ວມວຽກງານກູ້ໄພ-ກູ້ຊີບ. ພິເສດ, ເມື່ອເກີດໄພທໍາມະຊາດຢ່າງຮ້າຍແຮງ, ເກີນຄວາມສາມາດຂອງແຂວງ, ກອງບັນຊາການທະຫານແຂວງລາວກາຍ ໄດ້ລາຍງານທັນການ, ສະເໜີເພີ່ມທະວີກໍາລັງ, ພາຫະນະຂອງທະຫານເຂດ 2 ແລະກົມກອງເພື່ອນເພື່ອເຂົ້າຮ່ວມວຽກງານຊອກຫາກູ້ໄພ-ກູ້ຊີບ.

ຕາມນັ້ນແລ້ວ, ແຕ່ວັນທີ 7 ກັນຍາມາຮອດປັດຈຸບັນ, ກອງບັນຊາການທະຫານແຂວງໄດ້ເປັນເສນາທິການປຸກລະດົມພະນັກງານ, ນັກຮົບທະຫານປະຈຳການ, ທະຫານລາດປ້ອງກັນຕົວ 8.096 ຄົນດ້ວຍ 23.810 ມື້ແຮງງານ, ພາຫະນະປະເພດຕ່າງໆກວ່າ 400 ເທື່ອເຂົ້າຮ່ວມກູ້ໄພ-ກູ້ຊີບ ແລະຊ່ວຍປະຊາຊົນແກ້ໄຂຜົນຮ້າຍຈາກໄພທໍາມະຊາດ. ສະເພາະກໍາລັງປະກອບອາວຸດແຂວງລາວກາຍ ເຂົ້າຮ່ວມໜູນຊ່ວຍຍົກຍ້າຍ 6.562 ຄອວຄົວ/27.315 ຄົນໂດຍກົງ; ຊອກຫາຜູ້ຫາຍສາບສູນ; ກູ້ຄົນເຈັບໄດ້ 75 ຄົນ; ລ້າງຂີ້ຕົ້ມເສັ້ນທາງຄົມມະນາຄົມໄດ້ 114 ກິໂລແມັດ....

leftcenterrightdel
ກໍາລັງປະກອບອາວຸດຊອກຫາຜູ້ຫາຍສາບສູນຢູ່ບ້ານນູ, ຕາແສງຝູກແຄ໊ງ (ບາວອຽນ, ລາວກາຍ). ພາບ: ວັນຮ້ຽວ

ນັກຂ່າວ: ວິວັດການປະຕິບັດວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ຊອກຫາກູ້ຊີບ, ກໍາລັງປະກອບອາວຸດແຂວງລາວກາຍປະສົບກັບຄວາມຫຍຸ້ງຍາກ, ສິ່ງກີດຂວາງໃດແດ່, ຂໍຮຽນສະຫາຍ?

ພັນເອກພິເສດ ຟ້າມຮຸ່ງຮືງ: ລາວກາຍແມ່ນເຂດພູສູງ, ທຸລະກັນດານ, ມີແມ່ນ້ໍາລຳເຊຫຼາຍ, ລະບົບຄົມມະນາຄົມເຊື່ອມຕໍ່ລະຫວ່າງ ບັນດາເຂດຍັງບໍ່ຄົບຊຸດ, ສະນັ້ນເມື່ອເກີດໄພທໍາມະຊາດ, ບາງບໍລິເວນຖືກຕັດແຍກ, ຕົກຢູ່ໂດດດ່ຽວ, ຂາດການຕິດຕໍ່ສື່ສານຢ່າງວ່ອງໄວ. ຍ້ອນເຮັດນັ້ນ, ເລື່ອງກໍາລັງທີ່ກ່ຽວຂ້ອງເຂົ້າເຖິງບັນດາເຂດເກີດໄພທໍາມະຊາດປະສົບກັບຄວາມຫຍຸ້ງຍາກຫຼາຍ, ເປັນຕົ້ນແມ່ນຕ້ອງຍ່າງໄປ. ສະນັ້ນ, ເມື່ອເກີດໄພທໍາມະຊາດ, ການລະດົມກໍາລັງເພື່ອຮັບມືແກ້ໄຂປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ພ້ອມກັນນັ້ນ, ຄວາມຮູ້ດ້ານກົດໝາຍ, ສະຕິຮັບຜິດຊອບກ່ຽວກັບວຽກງານປ້ອງກັນ, ຕ້ານໄພທໍາມະຊາດກໍ່ຄືຮີດຄອງປະເພນີ, ຄວາມລື້ງເຄີຍຂອງພໍ່ແມ່ປະຊາຊົນພາກສ່ວນໜຶ່ງ... ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງວຽກງານໂຄສະນາ, ຂົນຂວາຍກໍ່ຄືສົມທົບກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.

ນັກຂ່າວ: ເພື່ອປ້ອງກັນ, ຫຼີກລ່ຽງໄພທໍາມະຊາດ ແລະໄພພິບັດຄ້າຍຄືກັນ, ຄະນະພັກ, ກອງບັນຊາການທະຫານແຂວງລາວກາຍ ໄດ້ສຸມໃສ່ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຄືແນວໃດ, ຂໍຮຽນສະຫາຍ?

ພັນເອກພິເສດ ຟ້າມຮຸ່ງຮືງ: ໄພທໍາມະຊາດຮ້າຍແຮງພິເສດຢູ່ລາວກາຍຜ່ານມາກໍ່ຄືບັນດາແຂວງພາກເໜືອໄດ້ເປັນບົດຮຽນໃຫ້ພວກເຮົາ ກ່ຽວກັບການພະຍາກອນ ກໍ່ຄືບົດຮຽນໃນການຮັບມື. ຢູ່ເຂດພູດ້ອຍ, ນໍ້າແກ່ງ, ດິນເຊາະເຈື່ອນສາມາດເກີດຂຶ້ນໃນບໍ່ວ່າເວລາໃດ. ສະນັ້ນ, ອົງການການທະຫານທຸກຂັ້ນຕ້ອງເປັນເຈົ້າການເປັນເສນາທິການກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສືບຕໍ່ຍູ້ແຮງວຽກງານ ໂຄສະນາຍົກສູງຄວາມຮັບຮູ້, ສະຕິໃຫ້ປະຊາຊົນໃນວຽກງານປ້ອງກັນ, ຕ້ານໄພທໍາມະຊາດ; ເພີ່ມທະວີການຝຶກຝົນຫຼໍ່ຫຼອມ, ຝຶກແອບກ່ຽວກັບທັກສະແກ້ໄຂໄພທໍາມະຊາດ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການວິຊາສະເພາະສືບຕໍ່ກວດກາບັນດາບໍລິເວນທີ່ມີຄວາມສ່ຽງເກີດໄພທໍາມະຊາດສູງ; ເອົາໃຈໃສ່ເປັນພິເສດເຖິງການເປັນເສນາທິການກັບທ້ອງຖິ່ນຊີ້ນໍາບັນດາອົງການທີ່ກ່ຽວຂ້ອງຕັ້ງໜ້າກວດກາຄືນ, ຄົ້າຄວ້າ, ຕີລາຄາສັງລວມບັນດາປັດໄຈທໍລະນີ, ດິນຟ້າອາກາດ, ພິເສດແມ່ນລະບົບເຂື່ອນໄຟຟ້ານ້ຳຕົກ, ຈາກນັ້ນ ຖອດຖອນບັນດາບັນຫາທີ່ຕ້ອງເອົາໃຈໃສ່, ບັນດາຄວາມສ່ຽງ, ຮັບໃຊ້ວຽກງານພະຍາກອນ, ກ່າວເຕືອນ ແລະຝຶກແອບ, ຝຶກຝົນຫຼໍ່ຫຼອມ, ຝຶກສ້ອມກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ.

ສໍາລັບແຂວງລາວກາຍ, ຄະນະພັກ, ກອງບັນຊາການທະຫານແຂວງສຸມໃສ່ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງເພີ່ມທະວີແຫຼ່ງກໍາລັງເພື່ອຍົກສູງບັນດາສະຖານີວັດແທກພະຍາກອນອາກາດຢູ່ບໍລິເວນ; ຍົກລະດັບບັນດາເສັ້ນທາງຄົມມະນາຄົມທີ່ມີຢູ່ແລ້ວ, ເຊື່ອມຕໍ່ກັບຫຼາຍເຂດ, ມີຫຼາຍເສັ້ນທາງເພື່ອຮັບປະກັນການສູ້ຮົບໃນເຂດປ້ອງກັນ, ສົມທົບກັບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ... ປະຕິບັດຫຼັກການ “ 3 ກຽມພ້ອມ” ແລະທິດນໍາ “4 ຢູ່ກັບທີ່” ໃນການປ້ອງກັນ, ຕ້ານໄພທໍາມະຊາດ-ຊອກຫາກູ້ຊີບເປັນຢ່າງດີ; ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມປ້ອງກັນ, ຕ້ານໄພທໍາມະຊາດໃຫ້ຖືກກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ. ພິເສດ, ເປັນເຈົ້າການເສນາທິການໃຫ້ທ້ອງຖິ່ນລົງທຶນຊື້ອຸປະກອນທັນສະໄໝ ແລະນຳໃຊ້ໃນວຽກງານກ່າວເຕືອນ, ພະຍາກອນ, ຊອກຫາກູ້ໄພ-ກູ້ຊີບຢ່າງມີປະສິດທິຜົນ,...

ຂໍຂອບໃຈສະຫາຍ!

ໂດຍ: ໄຊນີດາ