leftcenterrightdel
ສ້າງສະຖິຕິ 50 ເຍື່ອງອາຫານທີ່ປຸງແຕ່ງຈາກໄຂ່ທີ່ງານບຸນ. ພາບ: ຮ່າລານ.

ບັນດາພໍ່ຄົວໄດ້ເຊື້ອເຊີນຜູ້ຊົມຮັບປະທານເຍື່ອງອາຫານທີ່ປຸງແຕ່ງຈາກໄຂ່ ຄື: ເຍື່ອງອາຫານໄຂ່ເຜັດຂອງອິນໂດເນເຊຍ ໂດຍພໍ່ຄົວ Roy Lesmana ທີ່ມາຈາກດິນແດນແຫ່ງສິບພັນເກາະ; ເຍື່ອງອາຫານໄຂ່, ຢໍກຸ້ງພັນໃບອີ່ເລີດຈືນ ຈ້ຳນ້ຳຊອັດທີ່ມີກິ່ນຫອມຂອງສະໝຸນໄພເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ຂອງ ພໍ່ຄົວ ກິມງອກລານ, ເຈົ້າຂອງຮ້ານອາຫານ Tay Au Beef Kim Ngoc Lan… ທີ່ງານບຸນ, ຄະນະຈັດຕັ້ງໄດ້ປະຕິບັດການ “ສ້າງສະຖິຕິ 50 ເຍື່ອງອາຫານທີ່ປຸງແຕ່ງຈາກໄຂ່” ດ້ວຍການເຂົ້າຮ່ວມຂອງພໍ່ຄົວ 40 ຄົນ ແລະຜູ້ທີ່ມັກຮັກອາຫານການກິນທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຈຸດພິເສດໃນງານບຸນນີ້ແມ່ນການມີໜ້າຂອງເດັກນ້ອຍ ແລະຄອບຄົວໄດ້ມາເຂົ້າຮ່ວມ ແລະຕອບສະໜອງລາຍການ “ມອບໄຂ່ເພື່ອຮັບຄວາມຮັກ”, ມອບໄຂ່ໃຫ້ພວກນ້ອງນັກຮຽນຂອງໂຮງຮຽນສະເພາະດ້ານບິ່ງມິງ (ຮ່າໂນ້ຍ).

ໂດຍ: ຈາງຫງວຽນ