ໃນການໄປຄົ້ນຫາຫວຽດນາມ ນີ້, ນາງ Fletcher ໄດ້ໄປຮອດເຂດທົ່ງພຽງແມ່ນ້ຳຂອງ, ຂີ່ລົດໄຟຮອດນະຄອນເຫວ້. ນັກຂຽນຂອງເວັບໄຊ Lonely Planet ໄດ້ແນະນຳວ່າ ໄລຍະທາງໄປຄົ້ນຫາດ້ວຍລົດໄຟ ຈາກໄຊງ່ອນ ຮອດນະຄອນເຫວ້ ແມ່ນໜຶ່ງໃນບັນດາໄລຍະທາງສວຍງາມທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້. ນັກທ່ອງທ່ຽວສາມາດຊົມທິວທັດທໍາມະຊາດ ແລະການດໍາລົງຊີວິດຂອງປະຊາຊົນທ້ອງຖິ່ນ ກໍ່ຄືຊື້ເຄື່ອງຂອງ, ເຂົ້າປາອາຫານຈາກຜູ້ຂາຍທີ່ຢູ່ຕາມທາງ.

leftcenterrightdel
ພາບປະກອບ: Lonely Planet

ນາງ Fletcher ຍັງໄດ້ໄປທ່ຽວອ່າວລານຮະ, ຂີ່ເຮືອຢູ່ອ່າວ, ໄປຢ້ຽມຊົມຖ້ໍາດ້ວຍເຮືອ kayak. ເມື່ອມາຮອດຮ່າໂນ້ຍ, ນາງ Fletcher ໄດ້ຮັບປະທານອາຫານກັບຄອບຄົວຊາວຮ່າໂນ້ຍ. ຢູ່ນະຄອນໂຮ່ຈີມິນ, ນາງ Fletcher ໄດ້ຊ້ອນລົດຈັກ vespa ແລະໄປຮອດໃຈກາງຂອງນະຄອນ ເພື່ອຮັບປະທານອາຫານຕ່າງໆຢູ່ຕະຫຼາດທ້ອງຖິ່ນ ແລະນາງມີຄວາມປະທັບໃຈເປັນພິເສດຕໍ່ກັບປີ້ງເປັດ ແລະເຂົ້າຈີ່ຂອງຫວຽດນາມ.

ໂດຍ: ທູຈາງ