ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ, ວັນທີ 31 ພຶດສະພາ, ສະມາຄົມມິດຕະພາບ ຫວຽດນາມ - ອົດສະຕາລີ ປະຈໍາຫວຽດນາມ, ວິທະຍາໄລການຄ້າ ແລະການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບໂຮງຮຽນຊັ້ນກາງອາຊີບປຸງແຕ່ງອາຫານ - ວິຊາຊີບການທ່ອງທ່ຽວ ແລະແຟຊັນ ຮ່າໂນ້ຍ ຈັດຕັ້ງງານບຸນວັດທະນະທຳອາຫານການກິນ ຫວຽດນາມ - ອົດສະຕາລີ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານບຸນ. ພາບ: hanoimoi.com.vn

ທີ່ງານບຸນ, ບັນດາຜູ້ແທນ, ວິສາຫະກິດ, ຄູອາຈານ ແລະນັກສຶກສາ 3.000 ຄົນ ໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເຕັມໄປດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ; ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນວັດທະນະທຳອາຫານການກິນ; ງານວາງສະແດງຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ຫາຍາກ ເຊິ່ງສັງກັດຢູ່ຫໍພິພິທະພັນເຄື່ອງປັ້ນດິນເຜົາບາດຈ່າງ. ບັນດາຜູ້ແທນຍັງໄດ້ມີໂອກາດພົບປະແລກປ່ຽນການລະຫຼິ້ນບັນເທີງ ແລະຮັບປະທານອາຫານຫວຽດນາມ ແລະອົດສະຕາລີ ຈາກຮ້ານອາຫານ ແລະວິສາຫະກິດທີ່ມີຊື່ສຽງ.

ໂດຍ: ທະນາພອນ