ພາຍໃນ 5 ວັນ (ແຕ່ວັນທີ 17 – 21 ເມສາ) ໄດ້ດຳເນີນກິດຈະກຳທີ່ດູດດື່ມຫຼາຍຢ່າງ, ງານບຸນເຂົ້າໜົມພື້ນບ້ານພາກໃຕ້ ຫວຽດນາມ ຄັ້ງທີ XI ປີ 2024 ໄດ້ອັດລົງໃນຕອນຄ່ຳວັນທີ 21 ເມສາ. ງານບຸນດັ່ງກ່າວ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຄົ້ນຫາຕົວຈິງກັບວັດທະນະທຳອາຫານການກິນ ຫຼາຍກວ່າ 870.000 ເທື່ອຄົນ, ອັນໄດ້ປະກອບສ່ວນຊຸກຍູ້ບັນດາຂະແໜງທ່ອງທ່ຽວຂອງ ເກີ່ນເທີ ພັດທະນາ.

leftcenterrightdel
ງານບຸນເຂົ້າໜົມພື້ນເມືອງພາກໃຕ້ຫວຽດນາມ “ເຂັ້ມຂົ້ນໄປດ້ວຍລົດຊາດພາກໃຕ້ຫວຽດນາມ” ພາບ: ສໍານັກຂ່າວສານຫວຽດນາມ

ງານບຸນເຂົ້າໜົມພື້ນເມືອງພາກໃຕ້ ຫວຽດນາມ “ເຂັ້ມຂົ້ນໄປດ້ວຍລົດຊາດພາກໃຕ້ຫວຽດນາມ”, ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ. ງານບຸນປີນີ້ ມີຮ້ານຂາຍເຄື່ອງທັງໝົດກວ່າ 200 ບຸດ, ເຊິ່ງໄດ້ວາງຂາຍ: ເຂົ້າໜົມພື້ນບ້ານ, ອາຫານການກິນ ແລະ ບັນດາຜະລິດຕະພັນ OCOP ພ້ອມດ້ວຍຜະລິດຕະພັນທີ່ເປັນເອກະລັກຂອງເຂດພາກອີກດ້ວຍ.

ນອກຈາກນັ້ນແລ້ວ, ໃນງານບຸນນີ້ ຍັງດຶງດູດນັກສິລະປະກອນກວ່າ 100 ຄົນທີ່ມາຈາກບັນດາເຂດພາກໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນ ແລະ ແນະນຳການເຮັດເຂົ້າໜົມພື້ນບ້ານອີກດ້ວຍ.

ແຫຼ່ງຄັດຈາກ vovworld.vn