ດ້ວຍທ່າໄດ້ປຽບດ້ານການທ່ອງທ່ຽວຢູ່ທ້ອງຖິ່ນ ແລະມີສີມືດີໃນການປຸງແຕ່ງອາຫານພື້ນເມືອງຂອງຊົນເຜົ່າລາວ, ຄອບຄົວລຸງ ບຸນມີ ໄດ້ເປີດຮ້ານອາຫານທີ່ມີຊື່ “ຫວຽດ-ລາວ ສາມັກຄີ”.

ຮ້ານອາຫານຢູ່ຕໍ່ໜ້າເຮືອນຂອງຄອບຄົວ, ຢູ່ໃກ້ກັບເຂດທ່ອງທ່ຽວບວນໂດນ ດ້ວຍບັນດາເຍື່ອງອາຫານທີ່ລື້ງເຄີຍຂອງຄົນລາວ, ຄື: ຍໍາໝາກຮຸ່ງ,  ແກງປາກົດ, ໄກ່ປີ້ງ, ໝູປີ້ງ, ເຫຼົ້າໄຫ. ເຍື່ອງອາຫານເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການປຸງແຕ່ງ ດ້ວຍຜະລິດຕະພັນໂດຍຄອບຄົວລຸງສະໜອງເອງ, ສະນັ້ນໄດ້ດຶງດູດນັກທ່ອງທ່ຽວມາຮັບປະທານອາຫານຫຼາຍຄົນ.

leftcenterrightdel
ລຸງ ບຸນມີ ບາສີສູ່ຂວັນ ໃຫ້ບັນດາຜູ້ແທນທີ່ມາຈາກປະເທດລາວ. ພາບ: baodaklak.vn

ພິເສດ, ຍ້ອນສີມືດີໃນການປຸງແຕ່ງອາຫານຂອງປ້າ ຢີຈີ້ນ, ເມຍຂອງລຸງ ບຸນມີ, ສະນັ້ນ, ໃນໂອກາດບ້ານຈັດຕ້ັງງານບຸນ ຫຼືອໍານາດການປົກຄອງທ້ອງຖິ່ນ ຕ້ອນຮັບຄະນະຜູ້ແທນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໃນແຂວງດັກລັກ, ເຂົາເຈົ້າເຄີຍເລືອກເອົາຮ້ານອາຫານຂອງຄອບຄົວລຸງ ບຸນມີ ເປັນບ່ອນພົບປະສັງສັນຂອງພະນັກງານ ແລະປະຊາຊົນໃນບ້ານ. ບັນດາເຍື່ອງອາຫານພື້ນເມືອງຂອງຊາວເຜົ່າລາວ ໄດ້ສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້ຕໍ່ໝົດທຸກຄົນ.

ບໍ່ພຽງແຕ່ດໍາເນີນທຸລະກິດຮ້ານອາຫານເທົ່ານັ້ນ, ຄອບຄົວລຸງ ບຸນມີ ຍັງກໍ່ສ້າງຄອກເພື່ອລ້ຽງໝູ ແລະໄກ່. ປູກຜັກຊະນິດຕ່າງໆ ເພື່ອສະໜອງອາຫານໃຫ້ສັດລ້ຽງ.

leftcenterrightdel
ບັນດາເຍື່ອງອາຫານ ຂອງຊາວເຜົ່າລາວ. ພາບ: baodaklak.vn

ໂດຍຮູ້ອ່ານ, ຂຽນເປັນພາສາລາວ, ສະນັ້ນ, ໃນແຕ່ລະເທື່ອ ເມື່ອບ້ານຈັດພິທີບາສີສູ່ຂວັນ, ພໍ່ແມ່ປະຊາຊົນໃນບ້ານກໍ່ເຊີນລຸງ ບຸນມີ ມາອ່ານບົດສູດມົນ. ແຕ່ລະປີ, ເມື່ອບຸນປີໃໝ່ວຽນມາ, ຄອບຄົວລຸງ ບຸນມີ ລ້ວນແຕ່ຈັດຕັ້ງ ພິທີຢູ່ເຮືອນຕົນເອງ ແລະເຊີນອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນຢູ່ໃນບ້ານ ມາຮ່ວມດ້ວຍຄວາມສາມັກຄີສະໜິດຕິດພັນ.

ໂດຍ: ທູຈາງ