ໂດຍນອນໃນຂອບເຂດຂອງວັນບຸນ ກະປູ ກາເມົາ ຫວຽດນາມ  ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 25 ທັນວາ, ຢູ່ນະຄອນ ກາເມົາ ໄດ້ດຳເນີນການແຂ່ງຂັນ ລາຊາພໍ່ຄົວແມ່ຄົວ ກະປູ ແລະສ້າງສະຖິຕິດ້ວຍອາຫານແຊບ 69 ເຍື່ອງ ທີ່ໄດ້ປຸງແຕ່ງຈາກ ກະປູ ກາເມົາ. ມີທັງໝົດ 15 ທິມເຂົ້າຮ່ວມການປຸງແຕ່ງອາຫານ. ໝາກຜົນແມ່ນພັດທະຄານ ຮວ່າງຮົນ - ເດິດໝຸຍ, ເມືອງ ງອກຮ່ຽນ, ແຂວງ ກາເມົາ ຄວ້າໄດ້ລາງວັນທີ 1.

leftcenterrightdel
ພິທີມອບລາງວັນ ລາຊາ ພໍ່ຄົວແມ່ຄົວ ກະປູ  ກາເມົາ. ພາບ: baocamau.com.vn

ອົງການສະຖິຕິຂອງ ຫວຽດນາມ ໄດ້ມອບຂໍ້ຕົກລົງຢັ້ງຢືນການສ້າງສະຖິຕິຂອງ ຫວຽດນາມ ດ້ວຍເນື້ອໃນ “ເຫດການປຸງແຕ່ງ ແລະວາງສະແດງເຍື່ອງອາຫານທີ່ປຸງແຕ່ງຈາກ ກະປູ ກາເມົາ ຫຼາຍທີ່ສຸດໃນ ຫວຽດນາມ (69 ເຍື່ອງ) ໃຫ້ແກ່ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງ ກາເມົາ.

ວັນບຸນກະປູ ກາເມົາ ຄັ້ງທີ 1 ປິ 2022 ຖືກຈັດຂຶ້ນດ້ວຍຫົວຂໍ້ “ກະປູ ກາເມົາ - ຈຸດນັດພົບຂອງວັດທະນະທຳອາຫານການກິນ” ໄດ້ດຳເນີນແຕ່ວັນທີ 23 ຫາວັນທີ 31 ທັນວາ ຈຶ່ງອັດລົງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ