leftcenterrightdel
ເຂົ້າຈີ່ຂອງຫວຽດນາມ. ພາບ: VNP

TasteAtlas ຫາກໍ່ປະກາດບັນຊີລາຍຊື່ອາຫານແຄມຖະໜົນແຊບທີ່ສຸດໃນໂລກ. ເຂົ້າຈີ່ຂອງຫວຽດນາມ ຢືນອັນດັບທີ 7 ໃນບັນຊີລາຍຊື່ດັ່ງກ່າວ. ຕາມ TasteAtlas ແລ້ວ, ໃນເບື້ອງຕົ້ນເຂົ້າຈີ່ ຫວຽດນາມ ພຽງເອົາຊີ້ນ ແລະເຄື່ອງປະກອບໃສ່, ບໍ່ມີຜັກ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ເຂົ້າຈີ່ຂອງຫວຽດນາມ ຍັງໃສ່ກັບຊີ້ນ, ເນີຍ, ປາເຕ້ຕັບ, ໝາກແຕງ, ຜັກຫ້ອມປ້ອມ… ເຂົ້າຈີ່ກອບນອກນຸ້ມໃນ. ອີງຕາມແຕ່ລະເຂດພາກ, ທ້ອງຖິ່ນ, ເຂົ້າຈີ່ຂອງຫວຽດນາມ ຈະມີວັດຖຸ ແລະວິທີປຸງແຕ່ງທີ່ແຕກຕ່າງກັນ.

TasteAtlas ໂດຍທ່ານ Matija Babic, ນັກຂ່າວທັງເປັນນັກທຸລະກິດຊາວ Croatia ສ້າງຂຶ້ນໃນປີ 2005, ໄດ້ຮັບຖືວ່າແມ່ນ “ແຜນທີ່ອາຫານການກິນໂລກ” ດ້ວຍບັນຊີລາຍຊື່ອາຫານການກິນ, ເຄື່ອງດື່ມກວ່າ 10.000 ຢ່າງ. ບັນດາກຳມະວິທີປຸງແຕ່ງໄດ້ລົງໃນເວັບໄຊດັ່ງກ່າວ ໄດ້ຮັບການຕີລາຄາສູງຈາກນັກວິດເຄາະດ້ານອາຫານການກິນ ແລະນັກຂ່າວ.

ແຫຼ່ງຄັດຈາກ vovworld.vn