ລາຍການໂທລະພາບທີ່ມີຊື່ວ່າ "ຂອງແຊບຂອງແປກ" ໄດ້ອອກອາກາດທາງໂທລະພາບຊ່ອງ VTV3, ສະຖານີໂທລະພາບຫວຽດນາມ ໃນເວລາ 12 ໂມງຂອງວັນທີ 30 ກໍລະກົດ 2023. ນີ້ແມ່ນ gameshow ໃໝ່ກ່ຽວກັບອາຫານການກິນຂອງຫວຽດນາມ, ສິ່ງຍອດຢ້ຽມຂອງສີສັນວັດທະນະທຳເຂດພາກ, ສ້າງຄວາມຈັບໃຈຜ່ານການປຸງແຕ່ງອາຫານຂອງພໍ່ຄົວຫຼາຍຄົນ.

leftcenterrightdel
ໂຄສະນາວັດທະນະທຳອາຫານການກິນຂອງຫວຽດນາມ ຜ່ານໂທລະພາບ. ພາບ: vvtv.vn

ລາຍການດັ່ງກ່າວຈະພາຜູ້ຊົມໄປທ່ອງທ່ຽວຜ່ານໂທລະພາບ, ເຖິງຫຼາຍທ້ອງຖິ່ນ ເພື່ອຊອກຮູ້ກ່ຽວກັບວັດທະນະທຳ ແລະອາຫານພື້ນເມືອງທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ, ແລະຢູ່ທີ່ນີ້, ຜູ້ເຂົ້າຮ່ວມ gameshow  ຈະປຸງແຕ່ງອາຫານໂດຍອີງໃສ່ວັດຖຸບັນດາເຍື່ອງອາຫານພື້ນເມືອງ  ເພື່ອສ້າງເປັນ ເຍື່ອງອາຫານໃໝ່ທີ່ມີລົດຊາດແຫ່ງຄວາມສະໜິດສະໜົມ. ຈຸດພິເສດໃນ "ຂອງແຊບຂອງແປກ" ແມ່ນສະມາຊິກໃນແຕ່ລະທີມມາຈາກຄອບຄົວດຽວກັນ. ຄະນະກຳມະການຕັດສິນຂອງລາຍການລວມມີພໍ່ຄົວ: ຫງວຽນແມ້ງຮຸ່ງ, ຮວ່າງເຢືອງ, ມາຍກວາງວັນ, ຫງວຽນວັນຄູ... ລາຍການທຳອິດຂອງ gameshow "ຂອງແຊບຂອງແປກ" ແມ່ນແນະນຳເຍື່ອງອາຫານພິເສດທີ່ມາຈາກແຂວງ: ຮ່ານາມ, ຮືງອຽນ, ຮ່າໂນ້ຍ, ກວາງນິງ ແລະຫາຍຟ່ອງ, ຄື: ຕົ້ມເຄັມປາຈາກໝູ່ບ້ານ ວູດ໋າຍ, ເຂົ້າປູ້ນທາງ, ເຂົ້າໜຽວກັບປາມຶກ ...

ໂດຍ: ທະນາພອນ