leftcenterrightdel
ເຂົ້າປຸ້ນຊີ້ນປິ້ງຂອງຮ່າໂນ້ຍ. ພາບປະກອບຈາກອິນເຕີເນັດ

Trip Advisor, ເວັບໄຊກ່ຽວກັບການທ່ອງທ່ຽວດີເດັ່ນຂອງໂລກ, ຫາກໍ່ປະກາດບັນຊີລາຍຊື່ການຄັດເລືອກ 25 ສະຖານທີ່ທີ່ຄວນໄປໃນປີ 2023. ສະຖານທີ່ 25 ແຫ່ງນອນໃນຂອບເຂດພິທີມອບລາງວັນປະຈຳປີ Traveler’s Choise Best of the Best 2023. ບັນຊີລາຍຊື່ນີ້ອີງໃສ່ການເລືອກເຟັ້ນຂອງຜູ້ອ່ານນັບລ້ານຄົນໃນທົ່ວໂລກ ທີ່ໄດ້ໄປທ່ອງທ່ຽວໃນ 12 ເດືອນຜ່ານມາ.

ໃນຄໍລຳບັນດາສະຖານທີ່ທ່ອງທ່ຽວທີ່ມີອາຫານການກິນແຊບທີ່ສຸດໃນໂລກ, ຮ່າໂນ້ຍຂອງຫວຽດນາມ ໄດ້ຢືນອັນດັບທີ 3. ຕາມ Trip Advisor, ຮ່າໂນ້ຍ ພົ້ນເດັ່ນດ້ວຍເຍື່ອງອາຫານ ເຂົ້າປຸ້ນຊີ້ນປິ້ງ, ກະແລ້ມ ຈ່າງຕ່ຽນ, ຈ໊າກາ, ບັນກວນ ຫຼື ກາເຟນົມ. ບັນດາເຍື່ອງອາຫານນີ້ໄດ້ຮັບຄະແນນ 4 -4,5/5 ດາວຈາກ Trip Advisor.

ແຫຼ່ງຄັດຈາກ: vovworld.vn