leftcenterrightdel
ພິທີປະກາດການໄປເດີນທາງຊອກຫາຄຸນຄ່າວັດທະນະທຳອາຫານການກິນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ລະອຽດແມ່ນ, VCCA ໄດ້ປະກາດ 121 ເຍື່ອງອາຫານທີ່ມີຊື່ສຽງຂອງຫວຽດນາມ ໃນປີ 2022, ໃນນັ້ນມີອາຫານທາງພາກເໜືອ 47 ເຍື່ອງ, ອາຫານທາງພາກກາງ 37 ເຍື່ອງ ແລະອາຫານທາງພາກໃຕ້ 37 ເຍື່ອງ. ເລື່ອງປະກາດເຍື່ອງອາຫານທີ່ມີຊື່ສຽງຫວຽດນາມ ແມ່ນເພື່ອແນໃສ່ນຳເຄື່ອງໝາຍການຄ້າຫວຽດນາມ ອອກສູ່ໂລກຜ່ານວັດທະນະທຳອາຫານການກິນ. ໃນໄລຍະຈະມາເຖິງ, VCCA ຈະສືບຕໍ່ສ້າງຖານຂໍ້ມູນວັດທະນະທຳອາຫານການກິນ ຫວຽດນາມ ໃຫ້ສົມບູນແບບ, ດ້ວຍເປົ້າໝາຍຊອກອາຫານແຊບນົວໃຫ້ໄດ້ 1.000 ເຍື່ອງ ໃນປີ 2023. ບັນດາຂໍ້ມູນດັ່ງກ່າວ ໄດ້ນຳໃຊ້ເພື່ອສ້າງ “ແຜນທີ່ອາຫານຫວຽດນາມ” ໃຫ້ສົມບູນແບບໃນປີ 2024.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ