ກ່າວຄໍາເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເລຫວຽດຢວຽນ  ປາດຖະໜາຢາກເຊື່ອມຕໍ່ວັດທະນະທໍາ ແລະປະຊາຊົນຂອງສອງປະເທດ, ກໍ່ຄືເພີ່ມທະວີ ແລະສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະເວເນຊູເອລາ ຢ່າງແໜ້ນແຟ້ນກວ່າອີກ. ເລື່ອງແນະນໍາ “ກະແລມຮ່າໂນ້ຍ” ດ້ວຍກິ່ນທີ່ເປັນເອກະລັກປຸງແຕ່ງມາຈາກຖົ່ວຂຽວ, ວັດຖຸດິບຊະນິດໜຶ່ງທີ່ເປັນເອກະລັກໃນອາຫານການກິນຫວຽດນາມ, ເພື່ອໃຫ້ປະຊາຊົນ Mérida ກິນກະແລມແຕ່ລະເທື່ອນັ້ນເວົ້າສະເພາະ ແລະປະຊາຊົນເວເນຊູເອລາ ເວົ້າລວມລ້ວນແຕ່ນຶກເຫັນພາບຄືດັ່ງພວມໄປທ່ອງທ່ຽວ, ຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ເລຫວຽດຢວຽນ ມອບໃບຢັ້ງຢືນໃຫ້ທ່ານນາງ Isbellis Da Silva ເຈົ້າຂອງຮ້ານກະແລມ. ພາບ: ສໍານັກຂ່າວສານຫວຽດນາມ

ເລື່ອງຂາຍກະແລມທີ່ເປັນເອກະລັກສະເພາະຂອງຫວຽດນາມ ຢູ່ຮ້ານຂາຍກະແລມທີ່ມີຊື່ສຽງຂອງເວເນຊູເອລາ “Heladería 1000 sabores” ບໍ່ພຽງແຕ່ເປັນການແນະນໍາ, ໂຄສະນາ ແລະຍົກລະດັບອາຫານການກິນຂອງຫວຽດນາມ ຕໍ່ປະຊາຊົນປະເທດປະຈໍາຖິ່ນ ແລະແຂກສາກົນເທົ່ານັ້ນ, ແຕ່ຍັງເປັນການນໍາເອົາພາບຫຼັກຂອງຫວຽດນາມ ໃຫ້ໃກ້ຊິດຕິດແທດກັບການດໍາລົງຊີວິດປະຈໍາວັນຂອງປະຊາຊົນເວເນຊູເອລາ ກວ່າອີກ.

ໂດຍ: ຈາງຫງວຽນ