leftcenterrightdel
ພາບປະກອບຈາກ: Vietnam+

ບັນຊີລາຍຊື່ “Travelers’ Choice Best of the Best 2022” ໄດ້ແນະນໍາສະຖານທີ່ທ່ອງທ່ຽວ, ການບໍລິການ, ຜ່ານພຶດຕິກໍາຕົວຈິງ “ດີທີ່ສຸດ” ໃນຂະແໜງການທ່ອງທ່ຽວໂດຍອີງໃສ່ການຕີລາຄາຈາກຫຼາຍລ້ານຄົນໃນທົ່ວໂລກ. ຮ່າໂນ້ຍ ໄດ້ຮັບການເຊີດຊູຍ້ອນ “ບັນດາເຍື່ອງອາຫານຢູ່ທີ່ນີ້ແຊບເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນຕິດໃຈ”. Tripadvisor ຍັງພັນລະນາວ່າ ຮ່າໂນ້ຍ ແມ່ນນະຄອນທີ່ມີມາແຕ່ດົນນານທີ່ສຸດ ແລະມີສະເໜ່, ຮັກສາໄດ້ຄຸ້ມຖະໜົນເກົ່າ, ບັນດາເຂດປູຊະນີຍະສະຖານ ແລະສະຖາປັດຕະຍະກຳລ່າເມືອງຂຶ້ນແຕ່ກໍ່ເປັນບ່ອນພັດທະນາການດໍາລົງຊີວິດທີ່ທັນສະໄໝ. ບ່ອນນີ້ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດໃຈເປັນຕົ້ນແມ່ນສຸສານປະທານໂຮ່ຈີມິນ, ເຮືອນຄຸກ ຮວາລໍ່, ໜອງນໍ້າ,... ໄດ້ສ້າງຄວາມດຶງດູດຂອງນະຄອນນີ້.

ໂດຍ: ໄຊນີດາ