ນີ້ແມ່ນໜຶ່ງໃນບັນດາເຫດການພົບປະແລກປ່ຽນວັດທະນະທຳ, ອາຫານການກິນ ແລະການກຸສົນທີ່ພົ້ນເດັ່ນຂອງກະຊວງການຕ່າງປະເທດໃນປີເປັນປະທານອາຊຽນ 2020. ເຂົ້າຮ່ວມພິທີໄຂມີທ່ານນາງ ມາຍທິແຫ້ງ, ພັນລະຍາຂອງອະດີດປະທານປະເທດ ເຈືອງເຕິ໊ນຊາງ; ທ່ານນາງ ຫງວຽນງວຽດງາ, ພັນລະຍາຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມກັບເອກອັກຄະລັດຖະທູດ, ພັນລະຍາ, ສາມີ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະບັນດາແຂວງ, ນະຄອນໃນທົ່ວປະເທດ.

leftcenterrightdel
ບັນດາຮ້ານອາຫານຢູ່ງານມະໂຫລານອາຫານການກິນສາກົນຄັ້ງທີ 8. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ ໄດ້ຍົກອອກຄວາມໝາຍຂອງງານມະໂຫລານອາຫານການກິນ, ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ພົບປະແລກປ່ຽນ, ແນະນຳວັດທະນະທຳ, ອາຫານການກິນຂອງປະເທດຕ່າງໆ ແລະເຂດພາກຂອງຫວຽດນາມເທົ່ານັ້ນຫາກຍັງແມ່ນໂອກາດເພື່ອແບ່ງປັນຄວາມເອົາໃຈໃສ່, ການອຸ້ມຊູຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກຜ່ານລາຍການກຸສົນຕ່າງໆໃນທຸກແຖບຖິ່ນຂອງປະເທດອີກດ້ວຍ.

ດ້ວຍຮ້ານອາຫານ 143 ຮ້ານ, ງານມະໂຫລານອາຫານການກິນສາກົນປີ 2020 ໄດ້ແນະນຳບັນດາເຍື່ອງອາຫານ, ຜະລິດຕະພັນ, ສື່ສິ່ງພິມໂຄສະນາ... ຂອງປະເທດຕ່າງໆໃນໂລກ ແລະເຂດແຄວ້ນ, ເຂດພາກຂອງຫວຽດນາມ. ໃນຂອບເຂດງານມະໂຫລານ, ການພົບປະແລກປ່ຽນວັດທະນະທຳ-ສິລະປະດ້ວຍບັນດາລາຍການຟ້ອນລໍາທໍາເພງ, ສະແດງສິລະປະພື້ນເມືອງກໍ່ໄດ້ດຳເນີນຢ່າງຟົດຟື້ນມ່ວນຊື່ນ.

ຈຳນວນເງິນບໍລິຈາກທັງໝົດຈາກບັນດາອົງການຈັດຕັ້ງ ແລະບຸກຄົນຜ່ານບັນດາລາຍການໃນງານມະໂຫລານອາຫານການກິນກ່ອນໜ້ານີ້ແມ່ນເກືອບ 3,1 ຕື້ດົ່ງ ຈະມອບໃຫ້ຄົນພິການ, ເດັກກຳພ້າ, ແມ່ຍິງທຸກຍາກ ແລະຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນທົ່ວປະເທດ.

ໂດຍ: ກວຽດເຕິມ