ອາຫານການກິນລາວ - ມີຫຼາຍເຍື່ອງແຊບອີ່ຫຼີ
ກປ.ອອນໄລ - ອາຫານການກິນຂອງລາວກໍ່ມີຫຼາຍຈຸດທີ່ຄ້າຍຄືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຖິງຢ່າງໃດກໍ່ຕາມພາຍໃຕ້ສີໄມ້ລາຍມືທີ່ຄ່ອງແຄ້ວຂອງຄົນລາວ ແລ້ວບັນດາເຍື່ອງອາຫານຄືວ່າແຊບກວ່າ ແລະມີລົດຊາດພິເສດສະເພາະ, ເຮັດໃຫ້ນັກທ່ອງທ່ຽວເມື່ອໄດ້ຮັບປະທານອາຫານຜູ້ໃດກໍ່ນິຍົມທີ່ສຸດ.
1. ເຂົ້າໜຽວ
ຢູ່ບັນດາປະເທດອາຊີ, ເຂົ້າແມ່ນສະບຽງອາຫານປະເພດໜຶ່ງທີ່ຂາດບໍ່ໄດ້ໃນຄາບເຂົ້າປະຈຳວັນ. ຢູ່ລາວກໍ່ເຊັ່ນແນວນັ້ນ, ແຕ່ຕ່າງກັບຫວຽດນາມ ທີ່ເຄີຍກິນເຂົ້າຈ້າວນັ້ນ, ຢູ່ລາວເຂົາເຈົ້າມັກກິນເຂ້ົາໜຽວ.
    |
 |
ເຂົ້າໜຽວ. ພາບ: dulich.petrotimes.vn. |
ເຂົ້າໜຽວຢູ່ລາວ, ແມ່ນເຍື່ອງອາຫານທີ່ສໍາຄັນໃນຄາບເຂົ້າປະຈໍາວັນຂອງຄົນລາວ ພິເສດໃນບັນດາໂອກາດ, ຄື: ງານລ້ຽງ, ງານບຸນ. ເຂົ້າເຂົ້າເຄີຍໜຶ້ງເຂົ້າດ້ວຍເຂົ້າໜຽວໄຮ່ທັງໜຽວຫອມ ແລະຂາວ.
2. ປິ້ງໄກ
    |
 |
ປິ້ງໄກ. ພາບ: dulich.petrotimes.vn. |
ແມ່ນໜຶ່ງໃນບັນດາເຍື່ອງອາຫານປະເພນີຂອງລາວ, ປິ້ງໄກແມ່ນເຍື່ອງອາຫານທີ່ປະຊາຊົນລາວນິຍົມ. ເຍື່ອງອາຫານປະເພດນີ້ລວມມີໄກເປັນໂຕເອືອບກັບນ້ຳປາ, ຜັກຫອມປ້ອມ, ຂີ້ໝີ້ນ, ຜັກທຽມ ແລະໝາກພິກໄທຂາວຫຼັງຈາກນັ້ນຈະປິ້ງດ້ວຍຖ່ານ.
3. ລາບ
    |
 |
ລາບ. ພາບ: dulich.petrotimes.vn. |
ຢູ່ລາວ, ລາບແມ່ນເຍື່ອງອາຫານພິເສດ, ເຄີຍໃຊ້ໃນບັນດາໂອກາດພິເສດ ຫຼື ໃນງານລ້ຽງບັນດາແຂກທີ່ມີກຽດຂອງຄົນລາວ. ເພື່ອເຮັດອາຫານປະເພດນີ້ເຂົາເຈົ້າຈະຟັກຊີ້ນບໍ່ມີມັນ, ຫົວໃຈ, ຕັບໃຫ້ນ້ອຍລົງແລ້ວປົນກັບເຄື່ອງເທດ, ຄື: ໝາກນາວ, ຫົວຂ່າ, ຫົວສີໄຄ, ຫົວຜັກບົ່ວໃຫຍ່, ໝາກເຜັດ ແລະເຂົ້າໜຽວໄໝ້.
4. ເຂົ້າປຽກເສັ້ນຂາວ
    |
 |
ເຂົ້າປຽກເສັ້ນຂາວ. ພາບ: dulich.petrotimes.vn. |
ປຽກເສັ້ນ (ເຝີລາວ) ແມ່ນເຍື່ອງອາຫານທີ່ຄົນລາວມັກກິນ. ມີຫຼາຍຈຸດທີ່ຄ້າຍຄືກັນກັບເຝີຂອງຫວຽດນາມ, ເສັ້ນເຝີໄດ້ປົນກັບນ້ຳຊຸບໄກ່ ຫຼື ງົວ ແລະໃສ່ຜັກຫອມ, ໝາກນາວສົດ, ຖົ່ວງອກ, ໝາກຖົ່ວ, ໂຫລະພາ ແລະຜັກຫອມປ້ອມ.
ໂດຍ: ແສງເດືອນ