ໂຮ້ຍອານ ລອດເຂົ້າທອັບ 3 ນະຄອນງາມສຸດຍອດຂອງໂລກ ປີ 2020
ກປ.ອອນໄລ - ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Travel and Leisure ໄດ້ຄັດເລືອກນະຄອນໂຮ້ຍອານ (ແຂວງກວາງນາມ) ເຂົ້າບັນຊີລາຍຊື່ 10 ນະຄອນທີ່ໄດ້ຮັບການຄັດເລືອກຈາກຜູ້ອ່ານວ່າແມ່ນນະຄອນງາມສຸດຍອດຢູ່ໂລກປີ 2020.
    |
 |
ຮູບພາບໂຮ້ຍອານ ໃນວາລະສານ Travel and Leisure. |
ນີ້ແມ່ນຜົນຂອງການສໍາຫຼວດປະຈໍາປີຂອງວາລະສານກ່ຽວກັບການທ່ອງທ່ຽວຂອງເພື່ອນຜູ້ອ່ານກ່ຽວກັບບັນດານະຄອນທີ່ເຂົາເຄີຍມາຢ້ຽມຢາມ, ຄື: ທິວທັດ, ວັດທະນະທໍາ, ອາຫານການກິນ, ຄວາມສະໜິດສະໜົມ, ການຊື້ຂາຍ ແລະບັນດາຄຸນຄ່າລວມ. ຕາມຕາຕະລາງຈັດອັນດັບ, ນະຄອນໂຮ້ຍອານ ຈັດອັນດັບທີ 3, ຖັດຈາກ 2 ນະຄອນຂອງເມຊີໂກ. ກ່ອນໜ້ານັ້ນ, ໂຮ້ຍອານ ລອດເຂົ້າທອັບບັນດາສະຖານທີ່ຈັບອົກຈັບໃຈໂດຍວາລະສານ Travel and Leisure ຄັດເລືອກຢ່າງຕໍ່ເນື່ອງ. ປີ 2019, ໂຮ້ຍອານ ເຄີຍໄດ້ຮັບການຄັດເລືອກຢືນອັນດັບທີ 1 ໃນ 10 ນະຄອນງາມສຸດຍອດຂອງໂລກຈາກເພື່ອນຜູ້ອານ. ຄຽງຂ້າງນັ້ນ, ຖະໜົນເກົ່າໂຮ້ຍອານ ຍັງຖືກຈັດອັນດັບທີ 1 ໃນບັນຊີລາຍຊື່ top 10 ນະຄອນເປັນໜ້າມາທ່ຽວທີ່ສຸດຢູ່ອາຊີ ໃນປີ 2019.
ໂດຍ: ກວຽດເຕິມ