ນີ້ແມ່ນເທື່ອທໍາອິດໃນປະຫວັດສາດທີ່ Google Doodle ເຊີດຊູເຍື່ອງອາຫານນີ້ຂອງຊາວຫວຽດນາມ. ເຫດການນີ້ແນໃສ່ສະເຫຼີມສະຫຼອງ 9 ປີທີ່ໜັງສື "ເຂົ້າຈີ່" ໄດ້ນຳເຂົ້າວັດຈະນານຸກົມພາສາອັງກິດ Oxford (ວັນທີ 24 ມີນາ 2011) - ວັດຈະນານຸກົມດ້ວຍພາສາອັງກິດທຳອິດຢູ່ໂລກ. Oxford English Dictionary ເມື່ອນັ້ນໄດ້ເພີ່ມຄຳສັບ "ເຂົ້າຈີ່" ເຂົ້າວັດຈະນານຸກົມ ແລະອະທິບາຍຄວາມໝາຍວ່າ ນີ້ແມ່ນເຍື່ອງອາຫານທີ່ມີຊື່ສຽງຂອງຊາວຫວຽດນາມ... ຕາມ Google, ເຂົ້າຈີ່ຫວຽດນາມ ຕົວແທນໃຫ້ແກ່ການປຸງແຕ່ງອາຫານຢ່າງຊຳນິຊຳນານຂອງຫວຽດນາມໃນໂລກ.

leftcenterrightdel
ເຂົ້າຈີ່ຫວຽດນາມ ປະກົດໃນໜ້າທຳອິດຂອງ Google ຢູ່ຫຼາຍປະເທດ. ພາບ: dantri.com.

ເຂົ້າຈີ່ຫວຽດນາມ ໄດ້ຮັບການຮັບຮອງມາຫຼາຍຄັ້ງຈາກບັນດານັກຊ່ຽວຊານອາຫານ ແລະສື່ມວນຊົນສາກົນ. ໜັງສືພິມ The Guardian ຂອງອັງກິດ ຈັດເຂົ້າຈີ່ຫວຽດນາມ ຢູ່ອັນດັບທີ 2 ໃນບັນຊີລາຍຊື່ "10 ເຍື່ອງອາຫານຖະໜົນທີ່ແຊບ ແລະຈັບອົກຈັບໃຈທີ່ສຸດໃນໂລກ"; ວາລະສານ National Geographic ຄັດເລືອກແມ່ນໜຶ່ງໃນ 11 ເຍື່ອງອາຫານຖະໜົນແຊບທີ່ສຸດໃນໂລກ, ພ້ອມທັງນໍາໜ້າບັນຊີລາຍຊື່ 12 ເຍື່ອງອາຫານຖະໜົນຂອງວາລະສານທ່ອງທ່ຽວອາເມລິກາ Conde’ Nast Traveler ປີ 2013, ລອດເຂົ້າໃນທອັບ 20 ເຍື່ອງອາຫານຖະໜົນແຊບທີ່ສຸດໃນໂລກຂອງວາລະສານ Huffington Post ປີ 2014... ປີ 2018 CNN ໄດ້ເອີ້ນເຂົ້າຈີ່ຢູ່ໂຮ້ຍອານແມ່ນເຍື່ອງອາຫານແຊບທີ່ສຸດໃນໂລກ.

ໂດຍ: ກວຽດເຕິມ