ໃນຊຸມວັນຕົ້ນປີໃໝ່, ຊາວຫວຽດນາມອາໄສຢູ່ Praha, ສ.ເຊັກໂກ ຍັງສະຫງວນເວລາເພື່ອໄປວັດຂໍມີໂຊກມີລາບໃນໂອກາດປີໃໝ່. ເອື້ອຍ ໂຮ່ແທັງເຟື້ອງ ໃຫ້ຮູ້ວ່າ: ຍາມຕົ້ນປີໃໝ່, ຂ້າພະເຈົ້າເຄີຍໄປວັດ ຂໍໃຫ້ທຸກຄອບຄົວ ແລະທຸກຄົນຈົ່ງມີແຕ່ຄວາມມ່ວນຊື່ນ ແລະຄວາມຜາສຸກໃນປີໃໝ່ນີ້.
ເນື່ອງໃນໂອກາດນີ້, ບັນດາວັດຢູ່ ສ.ເຊັກໂກ ຈັດພິທີຊວດມົນພາວະນາຍາມຕົ້ນປີ. ນີ້ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ສົ່ງສານແຫ່ງຄວາມຮັກແພງໄປຍັງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ ເພື່ອເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດການເປັນຢູ່ ແລະພາວະນາຂໍມີໂຊກມີລາບ, ມີຄວາມຜາສຸກໃນປີໃໝ່.
ແຫຼ່ງຄັດຈາກ: vovworld.vn
Type the code from the image