leftcenterrightdel
ລາຍການສະແດງທີ່ສ້າງຄວາມປະທັບໃຈໃນພິທີໄຂງານມະໂຫລານ. ພາບ: ຮຸ່ງຄວາ.

ງານມະໂຫລານແມ່ນສະຖານທີ່ດີທີ່ສຸດເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດຄົ້ນຫາອາຫານການກິນຂອງບັນດາພື້ນຖານວັດທະນະທໍາອາຊີ, ເອີລົບ ດ້ວຍ 50 ຮ້ານອາຫານທີ່ເປັນເອກະລັກສະເພາະ. ແຂກທ່ອງທ່ຽວມີໂອກາດໄດ້ຊິມບັນດາເຍື່ອງອາຫານທີ່ມີຊື່ສຽງມາຈາກບັນດາເຂດພາກຂອງຫວຽດນາມ. ງານມະໂຫລານກໍໄດ້ແນະນໍາເຍື່ອງອາຫານທີ່ຊື່ສຽງຕ່າງໆຂອງຫຼາຍປະເທດໃນໂລກ ຄື: ສ.ເກົາຫຼີ, ຍີ່ປຸ່ນ, ໄທ, ຈີນ, ອິນເດຍ, ເອີລົບ, ອາຟະລິກາ ແລະບັນດາພາກພື້ນອື່ນໃນໂລກ. ໃນຂອບເຂດງານມະໂຫລານຍັງມີ game show ອາຫານການກິນທີ່ເປັນເອກະລັກສະເພາະ, ການສະແດງ bartender, “ງານມະໂຫລານພໍ່ຄົວ (chief) ໂຮງແຮມ 5 ດາວ”... ງານມະໂຫລານ ຈະດໍາເນີນເຖິງວັນທີ 17 ພະຈິກ 2019.

ໂດຍ: ໄຊຊະນະ