leftcenterrightdel
ກວດກາກໍາລັງເຄື່ອນທີ່ປະຕິບັດໜ້າທີ່ກຽມພ້ອມສູ້ຮົບ. ພາບ: qdnd.vn

ຜ່ານການກວດກາ, ຄະນະປະຕິບັດງານ ຕີລາຄາວ່າ, ກອງພົນໄດ້ກະກຽມຮອບດ້ານ, ປະຕິບັດໜ້າທີ່ເວນຍາມກຽມພ້ອມສູ້ຮົບເປັນຢ່າງດີ, ພ້ອມທັງຮຽກຮ້ອງໃຫ້ກົມກອງສືບຕໍ່ຊາບຊຶມ, ປະຕິບັດບັນດາຄໍາສັ່ງຊີ້ນໍາ, ແຜນການຂອງຂັ້ນເທິງ ກ່ຽວກັບໜ້າທີ່ກຽມພ້ອມສູ້ຮົບປ້ອງກັນຊີເກມ ຄັ້ງທີ 31 ຢ່າງເຂັ້ມງວດ; ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກົມກອງເພື່ອນ, ອໍານາດການປົກຄອງທ້ອງຖິ່ນ ເພື່ອແກ້ໄຂກໍລະນີເກີດຂຶ້ນຢ່າງທັນການ; ກວດກາຄືນ, ເພີ່ມເຕີມ, ດັດປັບວິທີການ, ແຜນການກຽມພ້ອມສູ້ຮົບໃຫ້ໃກ້ຊິດຕິດແທດກັບສະພາບຕົວຈິງ; ຈັດຕັ້ງການກວດກາ, ລາດຕະເວນ, ເວນຍາມໃຫ້ດີ, ຮັກສາລະບຽບແບບແຜນກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ບໍ່ປະໃຫ້ຕົກຢູ່ທ່າຮັບໂດຍບັງເອີນໃນທຸກກໍລະນີ.

ໂດຍ: ທູຈາງ