ໄຂລາຍການທ່ອງທ່ຽວກາດບ່າ 2025 ແລະງານແຂ່ງຂັນ ແລ່ນ marathon “ກ້າວແລ່ນຢູ່ເຂດມໍລະດົກ”
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນບັນດາກິດຈະກຳສະເຫຼີມສະຫຼອງ 66 ປີແຫ່ງວັນປະທານໂຮ່ຈີມິນ ມາຢາມກາດບ່າ, ກາດຫ໋າຍ, ຂ່ຳນັບຮັບຕ້ອນ ແລະຕອບສະໜອງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍ ຫ໋າຍຝ່ອງ....
ພິທີໄຂລາຍການທ່ອງທ່ຽວ ກາດບ່າ ປີ 2025 ແລະງານແຂ່ງຂັນແລ່ນ marathon ກາດບ່າ Amatina 2025 - ກ້າວເດີນຢູ່ເຂດມໍລະດົກໄດ້ດຳເນີນໃນຕອນບ່າຍວັນທີ 30 ມີນາຢູ່ເກາະ ກາດບ່າ, ເມືອງກາດຫ໋າຍ, ນະຄອນ ຫ໋າຍຝ່ອງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນບັນດາກິດຈະກຳສະເຫຼີມສະຫຼອງ 66 ປີແຫ່ງວັນປະທານໂຮ່ຈີມິນ ມາຢາມກາດບ່າ, ກາດຫ໋າຍ, ຂ່ຳນັບຮັບຕ້ອນ ແລະຕອບສະໜອງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍ ຫ໋າຍຝ່ອງ ແລະງານບຸນດອກຝາງແດງ - ຫ໋າຍຝ່ອງ 2025. ທ່ານ ຟານວຽດດ້ຽນ, ປະທານຄະນະກຳມະການປະຊາຊົນເມືອງ ກາດຫ໋າຍໃຫ້ຮູ້ວ່າ:
ຄະນະຈັດຕັ້ງປາດຖະໜາຢາກແຜ່ກະຈາຍສານປົກປ້ອງ ແລະເສີມຂະຫຍາຍຄູນຄ່າຂອງມໍລະດົກທຳມະຊາດໂລກໝູ່ເກາະ ກາດບ່າ, ພ້ອມທັງໂຄສະນາຄວາມສາມາດບ່ົມຊ້ອນການທ່ອງທ່ຽວຂອງທ້ອງຖິ່ນໄປຍັງເພື່ອນມິດທັງຢູ່ພາຍໃນປະເທດ ແລະສາກົນ, ປາດຖະໜາວ່ານັກກິລາແຕ່ລະຄົນທີ່ເຂົ້າຮ່ວມການແຂ່ງຂັ້ນຈະກາຍເປັນທູດ, ປະກອບສ່ວນແນະນຳຄວາມງາມຂອງ ກາດບ່າໄປຍັງປະຊາຄົມຜູ້ທີ່ຮັກກິລາ ແລະການທ່ອງທ່ຽວໃນທົ່ວໂລກ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ