leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ

ກິລາ ຫວຽດນາມ ໄດ້ຮັບຂ່າວດີເມື່ອທີມກິລາ Canoeing ຄວ້າໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 6 ຫຼຽນ ທີ່ການແຂ່ງຂັນສາກົນສຳຄັນ 3 ຄັ້ງ, ລວມມີ: ງານແຂ່ງຂັນຊິງຊະນະເລີດນັກກິລາໜຸ່ມອາຊີ, ງານແຂ່ງຂັນຊິງຊະນະເລີດ U23 ອາຊີ ແລະງານແຂ່ງຂັນຊິງຊະນະເລີດອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ຈັດຂຶ້ນຢູ່ ໄທ ແຕ່ວັນທີ 9-15 ມິຖຸນາ. ນີ້ແມ່ນຜົນງານທີ່ໜ້າປະທັບໃຈ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະຄຸນນະທາດຂອງບັນດານັກກິລາພາຍເຮືອຫວຽດນາມ ເທົ່ານັ້ນ, ຫາກຍັງພິສູດໃຫ້ເຫັນທິດລົງທຶນຍຸດທະສາດຂອງຂະແໜງກິລາ ຫວຽດນາມ ອີກດ້ວຍ.

Canoeing ຫວຽດນາມ ພວມມີບັນດາບາດກ້າວທີ່ໝັ້ນຄົງໃນການເດີນທາງຢັ້ງຢືນທີ່ຕັ້ງຢູ່ພາກພື້ນ ແລະມຸ່ງໄປເຖິງການເຂົ້າຮ່ວມ Asian Games ຫຼື Olympic.

ແຫຼ່ງຄັດຈາກ: vovworld.vn