ການແຂ່ງຂັນຈະດຳເນີນໄປແຕ່ວັນທີ 7-14 ມິຖຸນາ, ຢູ່ສະໂມສອນກິລາເມືອງດົງແອັງ (ຮ່າໂນ້ຍ). ທີມບານສົ່ງຍິງຫວຽດນາມ ຢູ່ກຸ່ມ A ດ້ວຍ ອົດສະຕາລີ, ໄຕເປ (ຈີນ), ຮົ່ງກົງ (ຈີນ) ແລະອິນເດຍ. ກຸ່ມ B ມີ ກາຊັກສະຖານ, ຟີລິບປິນ, ອີຣານ, ອິນໂດເນເຊຍ, ມົງໂກນ ແລະນິວຊີແລນ. ເປົ້າໝາຍຂອງທີມບານສົ່ງຍິງຫວຽດນາມ ແມ່ນຍາດໄດ້ຊີງແຊ໋ມເພື່ອໄປແຂ່ງຂັນບານສົ່ງຍິງອາຊີ ປີ 2026.
ໂດຍ: ເຈິ່ນຮວ່ຽນ
Type the code from the image