ຈັດງານແຂ່ງຂັນຈ້ອງເວີ່ນ ຢູ່ເມືອງ ຈີໂຕນ, ອານຢາງ
ແຕ່ວັນທີ 14-16 ກຸມພາ, ຢູ່ຕາແສງນຸຍໂຕ, ແຂວງ ອານຢາງ ໄດ້ຈັດງານແຂ່ງຂັນຈ້ອງເວີ່ນ ນະຄອນ ໂຮ່ຈີມິນ ເປີດກວ້າງຄັ້ງທີ 1, ດ້ວຍຫົວຂໍ້ “ລົງດິນຍອດຢ້ຽມ”.
ພິທີໄຂງານບຸນຈັດຈະຈັດຂຶ້ນໃນຕອນເຊົ້າວັນທີ 14 ກຸມພາ, ມີນັກໂດດຈ້ອງເກືອບ 50 ຄົນ ທີ່ມາຈາກບັນດາສະໂມສອນຈ້ອງເວີ່ນ ພາຍໃນປະເທດ ແລະຕ່າງປະເທດເຂົ້າຮ່ວມ, ພ້ອມກັນນັ້ນກໍ່ແມ່ນການເຄື່ອນໄຫວດ້ານວັດທະນະທຳ - ກິລາອື່ນໆ. ບັນດາເຫດການແມ່ນເພື່ອແນະນຳ, ໂຄສະນາພາບພົດກ່ຽວກັບທຳມະຊາດ, ວັດທະນະທຳ, ຊາວ ຈີໂຕນ ເວົ້າສະເພາະ ແລະ ແຂວງອານຢາງ ເວົ້າລວມເຖິງແຂກທ່ອງທ່ຽວ; ພ້ອມກັນນັ້ນ, ກໍ່ຊອກຫາຜູ້ມີຄວາມເກັ່ງກ້າສາມາດເພື່ອເຂົ້າຮ່ວມ SEA Games 33 ທີ່ຈະຈັດຂຶ້ນຢູ່ ໄທ ໃນເດືອນ ທັນວາ 2025.
    |
 |
ມີນັກໂດດຈ້ອງເກືອບ 50 ຄົນເຂົ້າຮ່ວມ. ພາບປະກອບ |
ທ່ານ ເລິມກວາງກຸຍ, ຮອງປະທານສະຫະພັນກິລາຈ້ອງເວີ່ນນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: “ງານແຂ່ງຂັນແມ່ນເພື່ອແນະນຳ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບປະເພດກິລາຈ້ອງເວີ່ນ, ເຊິ່ງແມ່ນປະເພດກິລາສ່ຽງໄພ ແຕ່ເຕັມໄປດ້ວຍຄວາມດຶງດູດໃຈ. ຜ່ານນັ້ນ, ກໍ່ໄດ້ສ້າງເຂດລະຫຼີ້ນໃຫ້ແກ່ບັນດານັກໂດດຈ້ອງ, ປະກອບສ່ວນຍົກສູງທັກສະ ແລະສ້າງປະຖົມປັດໄຈເພື່ອໃຫ້ບັນດານັກໂດດຈ້ອງເຂົ້າຮ່ວມການແຂ່ງຂັນໃນງານແຂ່ງຂັນຢູ່ພາຍໃນ ແລະຕ່າງປະເທດ”.
ແຫຼ່ງຄັດຈາກ: vovworld.vn