ນະຄອນໂຮ່ຈິມິນ: ມີນັກກິລາ 10.000 ກວ່າຄົນເຂົ້າຮ່ວມລາຍການ Run To Live 2025
ກປ.ອອນໄລ - ຕອນເຊົ້າວັນທີ 9 ມີນາ, ພະແນກວັດທະນະທໍາ ແລະກິລານະຄອນໂຮ່ຈິມິນ, ໜັງສືພິມ ໄຊງ່ອນ ປົດປ່ອຍ ໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງລາຍການ Run To Live - ແລ່ນເພື່ອຊີວິດ 2025 ຢູ່ນະຄອນ ຖູ້ດຶກ.
ການແຂ່ງຂັນໄດ້ດຶງດູດນັກກິລາຢູ່ພາຍໃນ ແລະຕ່າງປະເທດ 10.000 ກວ່າຄົນເຂົ້າຮ່ວມການແຂ່ງຂັນໃນໄລຍະທາງດັ່ງນີ້: 5 ກິໂລແມັດ, 10 ກິໂລແມັດ ແລະ 21 ກິໂລແມັດ. ໃນນັ້ນ, ມີນັກກິລາເຂົ້າຮ່ວມການແຂ່ງຂັນໃນໄລຍະທາງຍາວກວ່າໝູ່ 21 ກິໂລແມັດ ເຖິງ 5.000 ຄົນ.
    |
 |
ນັກກິລາແຂ່ງຂັນກັນໃນເສັ້ນທາງແລ່ນ. ພາບ: qdnd.vn |
ເສັ້ນທາງແລ່ນໃນລາຍການ Run To Live 2025 ນັກກິລາ ຈະແລ່ນໄປຂ້າມຂົວບາຊອນ, ສວນສາທາລະນະແຄມແມ່ນໍ້າໄຊງ່ອນ, ສວນສາທາລະນະສາລາ, ສວນສາທາລະນະ ແທ໋ງມີ໊ເລີ້ຍ... ເຊິ່ງແມ່ນບັນດາຜົນງານທີ່ເປັນສັນຍາລັກຂອງຖູ້ທຽມ, ພ້ອມທັງເປັນຕົວແທນຂອງນະຄອນຖູ້ດຶກ ທີ່ທັນສະໄໝ ແລະຂະຫຍັນຂັນເຄື່ອນ. ຕາຕະລາງການແຂ່ງຂັນໃນປີນີ້ມີການປ່ຽນແປງດ້ວຍຈຸດເລີ່ມຕົ້ນ ແລະຈຸດເຂົ້າເສັ້ນໄຊທີ່ແຕກຕ່າງກັນ, ສ້າງປະສົບການທີ່ເປັນເອກະລັກສະເພາະໃຫ້ແກ່ນັກກິລາ.
    |
 |
ນັກກິລາ ແລ່ນເຂົ້າສູ່ເສັ້ນໄຊ. ພາບ: qdnd.vn |
ຜົນການແຂ່ງຂັນປະກົດວ່າ, ໃນໄລຍະທາງ 21 ກິໂລແມັດ, ເຂົ້າເສັ້ນໄຊກ່ອນໝູ່ ນັກແລ່ນຊາຍ ແມ່ນຮວ່າງງວຽນແທງ (1 ຊົ່ວໂມງ 12 ນາທີ 30 ວິນາທີ), ນັກແລ່ນຍິງ ແມ່ນ ຟ້າມທິຮົ່ງເລ້ (1 ຊົ່ວໂມງ 21 ນາທີ 37 ວິນາທີ); ໃນໄລຍະທາງ 10 ກິໂລແມັດ, ເຂົ້າເສັ້ນໄຊກ່ອນໝູ່ ນັກແລ່ນຊາຍ ໄດ້ແກ່ ຫງວຽນແອງຈີ໋ (33 ນາທີ 56 ວິນາທີ), ນັກແລ່ນຍິງ ໄດ້ແກ່ ດວ່ານທິຮ່ຽນ (41 ນາທີ 11 ວິນາທີ); ສໍາລັບໄລຍະທາງ 5 ກິໂລແມັດ ເຂົ້າເສັ້ນໄຊກ່ອນໝູ່ ນັກແລ່ນຊາຍ ໄດ້ແກ່ ຫງວຽນວັນຄາງ (17 ນາທີ 15 ວິນາທີ) ແລະ ນັກແລ່ນຍິງ ແມ່ນ ເຈືອງຮົ່ງອວຽນ (20 ນາທີ 7 ວິນາທີ).
ໂດຍ: ສຸກສະຫວັນ ສຸວັນນະລາດ