leftcenterrightdel
ຄູຝຶກ ເຈີ່ນກວກເກື່ອງ ແລະ ບັນດານັກຍິງປືນເຂົ້າຮ່ວມການແຂ່ງຂັນຍິງປືນໄລຍະ 25 ແມັດຊາຍ ປືນສັ້ນ, ຍິງໄວ. ພາບ: VSF

ທີມຍີ່ປຸ່ນ ຄວ້າໄດ້ຫລຽນເງິນ ດ້ວຍ 1.714 ຄະແນນ. ຫຼຽນທອງຕົກເປັນຂອງທີມອິນໂດເນເຊຍ ດ້ວຍ 1.711 ຄະແນນ. ນີ້ແມ່ນຫຼຽນຄຳທີ 2 ຂອງທີມຍິງປືນຫວຽດນາມ ໃນການແຂ່ງຂັນ. ຖັດຈາກຊະນະເລີດການແຂ່ງຂັນຍິງປືນສັ້ນຍິງ, ຊາຍ ໄລຍະ 10 ແມັດຂອງ ຟ້າມກວາງຮຸຍ ແລະ ຈີ້ງທູວິງ. ການແຂ່ງຂັນຍິງປືນອາຊີ 2025 ຈັດຂຶ້ນໃນລະຫວ່າງວັນທີ 9 - 22 ກຸມພາ ຢູ່ ໄທ, ໂດຍມີນັກຍິງ 319 ຄົນທີ່ມາຈາກ 24 ປະເທດ ແລະເຂດແຄວ້ນເຂົ້າຮ່ວມ. ທີມຊາດຍິງປືນຫວຽດນາມ ມີ 18 ຄົນ, ປະຈຸບັນຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, 4 ຫຼຽນທອງ.

ໂດຍ: ສຸກສະຫວັນ ສຸວັນນະລາດ