ມີ 8 ທີມເຂົ້າຮ່ວມການແຂ່ງຂັນ Futsal HDBank ຊິງແຊັມແຫ່ງຊາດ ປີ 2025
ກປ.ອອນໄລ - ວັນທີ 15 ກຸມພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນພິທີປະກາດການແຂ່ງຂັນ Futsal HDBank ຊິງແຊັມແຫ່ງຊາດ ປີ 2025.
    |
 |
ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຂໍ້ມູນກ່ຽວກັບການແຂ່ງຂັນ Futsal HDBank ຊິງແຊັມແຫ່ງຊາດ ປີ 2025. ພາບ: ຮ້ຽບຢາງ |
ນີ້ແມ່ນປີທີ 9 ທີ່ວິທະຍຸກະຈາຍສຽງຫວຽດນາມ (VOV) ສົມທົບກັບສະຫະພັນບານເຕະຫວຽດນາມ (VFF) ຈັດຕັ້ງການແຂ່ງຂັນ Futsal ດ້ວຍການຮ່ວມເດີນທາງຂອງທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນໂຮ່ຈີມິນ (HDBank). ການແຂ່ງຂັນ Futsal HDBank ຊິງແຊັມແຫ່ງຊາດປີ 2025 ຈະດໍາເນີນແຕ່ວັນທີ 16 ກຸມພາ ຫາວັນທີ 29 ມິຖຸນາ ຢູ່ສະໜາມກິລາເກົ່າໄຢ໊ (ຮ່າໂນ້ຍ) ແລະສະໜາມກິລາ ສະໂມສອນ Futsal ເມືອງ 8 (ນະຄອນໂຮ່ຈີມິນ) ໃນຮູບແບບການແຂ່ງຂັນໃນບ້ານ-ໄປເຍືອນ, ມີທັງໝົດ 14 ຮອບໃນຂາໄປ ແລະຂາກັບ.
ການແຂ່ງຂັນຄັ້ງນີ້ ມີ 8 ທີມເຂົ້າຮ່ວມລວມມີ: ທ໊າຍເຊີນນາມ ນະຄອນໂຮ່ຈີມິນ, ທ໊າຍເຊີນບັກ, ຊາຮາໂກ, ຮ່າໂນ້ຍ, ເຕິນຮຽບຮືງ ນະຄອນໂຮ່ຈີມິນ, ໄຊງ່ອນ Titans ນະຄອນໂຮ່ຈີມິນ, Luxury ຮະລອງ ແລະໜຸ່ມນະຄອນໂຮ່ຈີມິນ. ແຕ່ລະສະໂມສອນສາມາດລົງທະບຽນນັກເຕະຕ່າງປະເທດ 1 ຄົນ ແລະນັກກິລາທີ່ມີເຊື້ອຊາດຫວຽດນາມ 1 ຄົນ. ທີມໄດ້ແຊັມຈະໄດ້ຮັບຂັນ, ຫຼຽນຄຳ ແລະເງິນລາງວັນ 500 ລ້ານດົ່ງ.
ໂດຍ: ເຈິ່ນຮວ່ຽນ