leftcenterrightdel
ນັກກິລາ 4 ຄົນຂອງທີມຊາດ kurash ຫວຽດນາມ ຍາດໄດ້ຫຼຽນຄໍາ. ພາບ:ຈ້ອງຫາຍ.

ນັກມວຍ ໂຕທິຈາງ ເປັນຜູ້ຍາດໄດ້ຫຼຽນຄໍາທໍາອິດຢູ່ປະເພດນໍ້າໜັກ 48 ກິໂລກຣາມ ຍິງ ດ້ວຍຜົນງານຊະນະ 3 ຍົກ, ສະເໝີ 1 ຍົກ. ຫຼັງຈາກນັ້ນແມ່ນນັກມວຍ ຫງວຽນຟ້າມຮົ່ງເມີ (ປະເພດນໍ້າໜັກ 52 ກິໂລກຣາມ ຍິງ), ບຸ່ຍມິງກວນ (ປະເພດນໍ້າໜັກ 81 ກິໂລກຣາມ ຊາຍ) ແລະ ເຈິ່ນເທືອງ (ປະເພດນໍ້າໜັກ 90 ກິໂລກຣາມ ຊາຍ) ຍາດໄດ້ຫຼຽນຄໍາຕາມລໍາດັບ. ນອກຈາກນີ້, ທີມຊາດ kurash ຫວຽດນາມ ຍັງຍາດໄດ້ ຕື່ມອີກ 2 ຫຼຽນເງິນ ແລະ 1 ຫຼຽນທອງ.

ທີມຊາດ kurash ຫວຽດນາມ ຍັງຈະແຂ່ງຂັນ 6 ລາຍການຕື່ມອີກ. ທີ່ຊີເກມ ຄັ້ງທີ 30 ປີ 2019, ທີມຊາດ kurash ຫວຽດນາມ ຍາດໄດ້ 7 ຫຼຽນຄໍາ ໃນຈໍານວນ 10 ປະເພດແຂ່ງຂັນ.

ໂດຍ: ໄຊຊະນະ