leftcenterrightdel
ນັກກິລາເທັນນິດ ລີ໊ຮວ່າງນາມ ແຂ່ງຂັນດີທີ່ສຸດທີ່ການແຂ່ງຂັນເທັນນິດ M15 Sharm El Sheikh. ພາບ: VTF

ນັກກິລາເທັນນິດ Hady Habib ຢືນອັນດັບ 232 ສູງກວ່າ ລີ໊ຮວ່າງນາມ ໃນຕາຕະລາງຈັດອັນດັບນັກເທັນນິດຊາຍໂລກ. ເຖິງວ່າຖືກຕີລາຄາຕໍ່າກວ່າແຕ່ ຮວ່າງນາມ ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມໝັ້ນໃຈ ແລະຊະນະຢ່າງງ່າຍດາຍດ້ວຍ 6-2 ຄະແນນໃນເຊັດທີ 1. ໃນທ່າໄຊຊະນະ, ຮວ່າງນາມ ສືບຕໍ່ຊະນະເຊັດທີ 2 ດ້ວຍ 6-4 ຄະແນນ. ຊະນະນັກກິລາເທັນນິດ Hady Habib ດ້ວຍ 2-0 ເຊັດ, ຮວ່າງນາມ ໄດ້ຮັບເງິນລາງວັນກວ່າ 2.000 ໂດລາສະຫະລັດ ແລະ 10 ຄະແນນສະສົມໃນຕາຕະລາງຈັດອັນດັບ. ການແຂ່ງຂັນເທັນນິດ M15 Sharm El Sheikh ຈັດຂຶ້ນໃນລະຫວ່າງວັນທີ 25-31 ຕຸລາ ທີ່ປະເທດເອຢິບ. ນີ້ແມ່ນການແຂ່ງຂັນສຳລັບນັກກິລາອາຊີບພາຍໃນລະບົບຂອງສະຫະພັນເທັນນິດສາກົນ.

ໂດຍ: ທະນາພອນ