leftcenterrightdel
ການຫຼິ້ນບານໃນນັດທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ (ສປ ຈີນ) 1-0 ປະຕູ. ພາບ: VFF

ດ້ວຍລະບົບເກມຫຼິ້ນ 3-4-3, ທີມຊາດ U.23 ຫວຽດນາມ ປະສົບຄວາມຫຍຸ້ງຍາກຕໍ່ເກມຮັບຂອງທີມຊາດ U.23 ໄຕ້ຫວັນ. ດ້ວຍຄວາມມານະພະຍາຍາມບຸກຕີ, ຮອດນາທີ 82 ນັກເຕະວັນຊວນ ຂອງທີມຊາດຫວຽດນາມ ຈຶ່ງຍິງເຂົ້າປະຕູ ທີມຊາດໄຕ້ຫວັນ ໄດ້, ຮອດນາທີ 85 ນັກເຕະ Chen Chih-huan ຂອງ U.23 ໄຕ້ຫວັນ ໄດ້ຮັບບັດແດງ ຍ້ອນມີການກະທໍາບໍ່ດີຕໍ່ກອງຫຼັງວັນໂດ ຂອງທີມຊາດຫວຽດນາມ. ຈົບເກມທີມຊາດຫວຽດນາມ ຍາດໄດ້ 3 ຄະແນນ ແລະມີທ່າໄດ້ປຽບເມື່ອແຂ່ງຂັນກັບທີມຊາດ U.23 ມຽນມາ ໃນວັນທີ 2 ພະຈິກ ຈະມາເຖິງ.

ໂດຍ: ໄຊນີດາ