leftcenterrightdel
ນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ ຢູ່ SEA Games 33. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 15 ທັນວາ ໄດ້ຮັບຖືວ່າແມ່ນໜຶ່ງໃນຊຸມວັນແຂ່ງຂັນສຳຄັນທີ່ສຸດຂອງກິລາຫວຽດນາມ ຢູ່ SEA Games 33, ເມື່ອບັນດາປະເພດກິລາປາຍແຫຼມກ້າວເຂົ້າສູ່ຮອບຊີງຊະນະເລີດ ດ້ວຍຫຼາຍໂອກາດຍາດໄດ້ຫຼຽນຄຳ. ພາຍຫຼັງຍາດໄດ້ 2 ຫຼຽນຄຳ ທີ່ເປັນໜ້າປະທັບໃຈ, ນັກກິລາ ຈິງທູວິງ ສືບຕໍ່ແມ່ນຄວາມຫວັງອັນໃຫຍ່ຫຼວງຂອງກິລາຍິງປືນຫວຽດນາມ ເມື່ອພ້ອມກັບນັກກິລາ ຟ້າມກວາງຮຸຍ ແຂ່ງຂັນຢູ່ເນື້ອໃນຍິງປືນລົມ 10 ແມັດ ໝູ່ຄະນະ.

ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ 5 ຫຼຽນຄໍາ ຢູ່ SEA Games 33 ທີ່ພວມດຳເນີນ ຢູ່ ໄທ. 5 ຫຼຽນຄຳ ເຊິ່ງຫວຽດນາມ ຄວ້າໄດ້ຈາກກິລາປະເພດ ຍິງປືນ, Karate, Bowling ແລະ ລອຍນ້ຳ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ