ກອງປະຊຸມແມ່ນເຫດການປະຈໍາປີທີ່ສໍາຄັນທີ່ສຸດຂອງການແລ່ນ ແລະລານອາຊີ ເພື່ອແນ່ໃສ່ສະຫຼຸບການເຄື່ອນໄຫວ, ປຶກສາຫາລື ແລະຮັບຮອງເອົາຫຼາຍລັດຖະນະໂຍບາຍຫຼັກແຫຼ່ງກ່ຽວກັບວຽກງານຈັດຕັ້ງການແຂ່ງຂັນຊີງລາງວັນໃນລະບົບການແຂ່ງຂັນຢ່າງເປັນທາງການຂອງອາຊີ ແລະສ້າງຍຸດທະສາດໃນໄລຍະຍາວໃຫ້ແກ່ຂະບວນການແລ່ນ ແລະລານ ອາຊີ.

leftcenterrightdel
ທ່ານ ຫງວຽນແຢງຮວ່າງຫວຽດ ຫົວໜ້າກົມກິລາກາຍຍະກຳ ຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: tdtt.gov.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນແຢງຮວ່າງຫວຽດ ຫົວໜ້າກົມກິລາກາຍຍະກຳຫວຽດນາມ ຢັ້ງຢືນວ່າ ການພັດທະນາການແລ່ນ ແລະລານ ບໍ່ພຽງແຕ່ແມ່ນການພັດທະນາກິລາປະເພດໜຶ່ງເທົ່ານັ້ນ, ຫາກຍັງແມ່ນການພັດທະນາແຫຼ່ງກຳລັງມະນຸດ, ສົ່ງແຮງບັນດານໃຈໃຫ້ແກ່ຄົນລຸ້ນໜຸ່ມ, ປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ຂະຫຍັນຂັນເຄື່ອນ, ເຂັ້ມແຂງ, ສີວິໄລ ອີກດ້ວຍ. ສະນັ້ນ, ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບບັນດາປະເທດໃນໂລກ, ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບການແລ່ນ ແລະລານອາຊີ ໃນໂຄງການຝຶກອົບຮົມ, ບັນດາໂຄງການພັດທະນາວິຊາສະເພາະ, ກໍຄືໃນການສ້າງສະພາບແວດລ້ອມແຂ່ງຂັນຍຸຕິທຳ, ໂປ່ງໃສ.

ທີ່ກອງປະຊຸມ, ທ່ານ Dahlan Jumaan Al Hamad ປະທານສະຫະພັນການແລ່ນ ແລະລານ ອາຊີ  ຕີລາຕາສູງຂະບວນການແລ່ນ ແລະລານ ພວມພັດທະນາຢ່າງແຮງຂອງຫວຽດນາມ. ທ່ານ ຢັ້ງຢືນວ່າ ນີ້ແມ່ນແຫຼ່ງບັນດານໃຈໃຫ້ແກ່ທົ່ວທະວີບ, ຜ່ານນັ້ນ, ສະແດງຄວາມຫວັງອັນໃຫຍ່ຫຼວງ ແລະຄວາມປາດຖະໜາວ່າ ການແລ່ນ ແລະ ລານ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານດັ່ງກ່າວເພື່ອຢັ້ງຢືນທີ່ຕັ້ງແບບຍືນຍົງຂອງຕົນ ຢູ່ບັນດາເວທີແຂ່ງຂັນສາກົນດ້ວຍຂອບຂະໜາດທີ່ໃຫຍ່ກວ່າ.

ໂດຍ: ທູຈາງ