ທ່ານ ອັດທະກອນ ສີຣິອັດທະຍາກອນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະກິລາ ໄທ ຢັ້ງຢືນວ່າ ດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ ແລະເຕັກໂນໂລຢີທີ່ກ້າວໜ້າ, ໄທ ຢາກສົ່ງສານກ່ຽວກັບຄວາມສຸກ, ພ້ອມແລ້ວທີ່ຈະສວມບົດບາດພູມີປະເທດໃຈກາງໃນປະຊາຄົມອາຊຽນ. ສານ “we are one” (ພວກເຮົາແມ່ນໜຶ່ງດຽວ) ໃນພິທີເປີດໄດ້ຮັບການເນັ້ນໜັກຄືດັ່ງຄຳຢັ້ງຢືນທີ່ວ່າຄວາມສາມັກຄີແມ່ນພື້ນຖານຂອງປະຊາຄົມອາຊີຕາເວັນອອກສ່ຽງໃຕ້. ພິທີເປີດ ຈະເຕົ້າໂຮມນັກສິລະປິນຊື່ດັງຫຼາຍຄົນຂອງ ໄທ.

SEA GAMES 33 ໄດ້ດຳເນີນແຕ່ວັນທີ 9-20 ທັນວາ, ເຕົ້າໂຮມນັກກິລາກວ່າ 9.300 ຄົນ ທີ່ມາຈາກ 11 ປະເທດ, ເຂົ້າຮ່ວມການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນ.

ແຫຼ່ງຄັດຈາກ vovworld.vn