leftcenterrightdel
ນັກກິລາ ວັນຫຽວ (ເລກທີ 14) ຍິງເຂົ້າປະຕູຂອງປານາມາ. ພາບ: VFF.

ການຍິງປະຕູຂອງນັກກິລາຫວຽດນາມ ຫງວຽນວັນຫຽວ ໄດ້ຮັບການຄັດເລືອກວ່າແມ່ນ “ການຍິງປະຕູລູກງາມທີ່ສຸດຂອງການແຂ່ງຂັນ”. ນີ້ແມ່ນການຍິງປະຕູຂອງນັກກິລາ ວັນຫຽວ ໃນນາທີທີ 28 ແມ່ນລູກຍິງທີ່ມີລັກສະນະຕັດສິນ, ສ້າງໄຊຊະນະໃຫ້ແກ່ທີມ Futsal ຫວຽດນາມ ໃນການແຂ່ງຂັນຮອບຄັດເລືອກກັບທີມ Futsal ປານາມາ ດ້ວຍ 3-2 ປະຕູ.

ນອກຈາກນັ້ນ, ທີ່ Futsal World Cup 2021, ນັກກິລາ ວັນຫຽວ ກໍ່ໄດ້ຮັບການເຊີດຊູຈາກ FIFA ວ່າ ແມ່ນໜຶ່ງໃນຈຳນວນນັກກິລາໜຸ່ມ 5 ຄົນທີ່ພົ້ນເດັ່ນທີ່ສຸດໃນການແຂ່ງຂັນ.

ໂດຍ: ກວຽດເຕິມ