ດ້ວຍສະຖິຕິແມ່ນແຂ່ງຂັນກິລາ 19 ປະເພດລວມ 1472 ຊຸດຫຼຽນລາງວັນ. ທ່ານພົນຈັດຕະວາ ໂອ້ສົດ ບາວິໄລ ປະທານສະຫະພັນກິລາຄົນພິການ (APSF), ຢືນຢັນວ່າ ງານມະຫາກຳກິລາຄັ້ງນີ້ແມ່ນຂີດໝາຍປະຫວັດສາດ ຊຶ່ງ ໄດ້ພິສູດໃຫ້ເຫັນການເຕີບໃຫຍ່ກ້າວກະໂດດຂັ້ນຂອງກິລາຄົນພິການອາຊຽນ. ງານມະຫາກຳກິລາ ບໍ່ພຽງແຕ່ແມ່ນການແຂ່ງຂັນໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນສັນຍາລັກອັນສູງສົ່ງຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະຊ່ວຍເຫຼືອຊື່ງກັນ ແລະກັນລະຫວ່າງບັນດາປະເທດອາຊຽນ ອີກດ້ວຍ.
ແຫຼ່ງຄັດຈາກ: vovworld.vn
Type the code from the image