ມີນັກກິລາ 23.000 ກວ່າຄົນ ເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນສາກົນຢູ່ນະຄອນໂຮ່ຈີມິນ
ກປ.ອອນໄລ - ວັນທີ 7 ທັນວາ, ນັກກິລາ 23.000 ກວ່າຄົນທີ່ມາຈາກ 81 ປະເທດ ແລະເຂດແຄວ້ນ ໄດ້ເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນສາກົນ ນະຄອນໂຮ່ຈີມິນ Techcombank ຄັ້ງທີ 8 ປີ 2025.
ການແຂ່ງຂັນແລ່ນ ໂດຍພະແນກການທ່ອງທ່ຽວ, ພະແນກວັດທະນະທຳ ແລະກິລາ, ສະຫະພັນແລ່ນ ແລະລານນະຄອນໂຮ່ຈິີມິນ ພ້ອມດ້ວຍຫົວໜ່ວຍຈຳນວນໜຶ່ງ ໄດ້ສົມທົບກັນຈັດຕັ້ງ ແລະອຸປະຖໍາ ໂດຍ ທະນາຄານ Techcombank.
    |
 |
|
ນັກກິລາເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນ. ພາບ: ຮົ່ງຢາງ. |
ການແຂ່ງຂັນແລ່ນດັ່ງກ່າວໄດ້ເຕົ້າໂຮມນັກກິລາພາຍໃນປະເທດ ແລະບັນດາປະເທດທີ່ມີຂະບວນການແລ່ນມາຣາທອນຢ່າງແຂງແຮງ, ຄື: ເອທິໂອເປຍ, ເຄນຍາ, ອາເມລິກາ, ເຢຍລະມັນ, ສ.ເກົາຫຼີ, ຍີ່ປຸ່ນ... ນັກກິລາ ຈະແຂ່ງຂັນແລ່ນໃນ 4 ໄລຍະ, ຄື: ມາຣາທອນ, ເຄິ່ງມາຣາທອນ, 10 ກິໂລແມັດ ແລະ 5 ກິໂລແມັດ. ເສັ້ນທາງແລ່ນໄດ້ຖືກອອກແບບໄປຜ່ານປູຊະນີຍະສະຖານປະຫວັດສາດ ແລະສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນໂຮ່ຈີມິນ. ໃນຂອບເຂດການແຂ່ງຂັນແລ່ນ, ຄະນະຈັດຕັ້ງ ໄດ້ມອບເງິນກວ່າ 9 ຕື້ດົ່ງ ເພື່ອໜູນຊ່ວຍການເຄື່ອນໄຫວຊີວິດສັງຄົມ. ດ້ວຍການຈັດຕັ້ງຈໍານວນ 8 ຄັ້ງ, ການແຂ່ງຂັນແລ່ນໄດ້ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວຕິດພັນກັບກິລາ ແລະວັດທະນະທໍາ, ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນຍຸດທະສາດສ້າງນະຄອນໃຫ້ເປັນຕົວເມືອງໃຫຍ່ທ່ອງທ່ຽວສາກົນ.
ໂດຍ: ເຈິ່ນຮວ່ຽນ