ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມກິລາກາຍຍະກໍາຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ), ຫົວໜ້າຄະນະກິລາຫວຽດນາມ ເຂົ້າຮ່ວມຊີເກມ 33 ເນັ້ນໜັກວ່າ, ທົ່ວຄະນະເດີນທາງດ້ວຍຄວາມຕັດສິນໃຈສູງສຸດ, ນຳເອົາເຈດຈຳນົງ, ຄວາມສຸດຈິດສຸດໃຈ ແລະຈິດໃຈຫວຽດນາມ ເພື່ອຜ່ານຜ່າຂີດຈຳກັດຂອງຕົນເອງ, ມຸ່ງໄປເຖິງຜົນງານສູງສຸດ.

leftcenterrightdel
ທ່ານ ຫງວຽນແຢງຮວ່າງຫວຽດ, ຫົວໜ້າກົມກິລາກາຍຍະກໍາຫວຽດນາມ ມອບຊໍ່ດອກໄມ້ໃຫ້ແກ່ບັນດາສະມາຊິກໃນຄະນະກິລາຫວຽດນາມ ເຂົ້າຮ່ວມຊີເກມ 33. ພາບ: qdnd.vn

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມຊີເກມ 33 ລວມມີສະມາຊິກ 1.165 ຄົນ, ໃນນັ້ນມີນັກກິລາ 842 ຄົນ, ຄູເຝິກ 189 ຄົນ, ນັກຊ່ຽວຊານ 19 ຄົນ, ເຂົ້າຮ່ວມການແຂ່ງຂັນ 47/66 ປະເພດກິລາ, ດ້ວຍຈຳນວນ 443/573 ເນື້ອໃນແຂ່ງຂັນ.

ແບ່ງປັນໃນມື້ເດີນທາງເຂົ້າຮ່ວມຊີເກມ 33, ນັກພາຍເຮືອ ຫງວຽນທິເຮືອງ (ທີມ Canoeing) ແບ່ງປັນວ່າ: ໃນຊີເກມ ຄັ້ງກ່ອນ, Canoeing ບໍ່ມີລາຍການແຂ່ງຂັນ, ສະນັ້ນ ໃນຊີເກມຄັ້ງນີ້, ນາງ ແລະເພື່ອນຮ່ວມທີມ ມີຄວາມຕັດສິນໃຈ,  ສູ້ຊົນໃຫ້ບັນລຸຜົນງານສູງສຸດ.

leftcenterrightdel
ບັນດາສະມາຊິກໃນຄະນະກິລາຫວຽດນາມ ເຂົ້າຮ່ວມຊີເກມ 33 ສະແດງຄວາມຕັດສິນໃຈ. ພາບ: qdnd.vn

ໂດຍແມ່ນທ່ານໝໍ ທີ່ຮັບໃຊ້ນັກກິລາໃນວິວັດການແຂ່ງຂັນຊີເກມ 33, ທ່ານໝໍ ຫງວຽນວັນຈ໊ຽນ (ໂຮງໝໍກິລາຫວຽດນາມ) ແບ່ງປັນວ່າ: “ເຖິງວ່າຮ່ວມເດີນທາງພ້ອມກັບຄະນະກິລາຫວຽດນາມ ເປັນ 7 ຄັ້ງກໍ່ຕາມ, ແຕ່ຄັ້ງໃດ ຂ້າພະເຈົ້າ ກໍມີຄວາມຕື້ນຕັນໃຈ. ບໍ່ພຽງແຕ່ສໍາລັບຂ້າພະເຈົ້າ ເທົ່ານັ້ນ, ບັນດາແພດໝໍ, ນັກເຕັກນິກໃນຄະນະ ກໍຈະມານະພະຍາຍາມເພື່ອຮັບໃຊ້ບັນດານັກກິລາແຂ່ງຂັນໃຫ້ບັນລຸຜົນງານສູງສຸດອີກດ້ວຍ”.

ໂດຍ: ທູຈາງ