ການແຂ່ງຂັນແລ່ນ ແຜ່ຂະຫຍາຍສານການທ່ອງທ່ຽວສີຂຽວ
ກປ.ອອນໄລ - ວັນທີ 14 ມີນາ, ຢູ່ສວນສາທາລະນະທົ໊ງເຍີດ, ພະແນກທ່ອງທ່ຽວນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ແລ່ນນຳກັນ - ຕອບສະໜອງການທ່ອງທ່ຽວສີຂຽວ” ໃນຂອບເຂດງານບຸນທ່ອງທ່ຽວຮ່າໂນ້ຍ ປີ 2026.
    |
 |
|
ນັກກິລາເຂົ້າຮ່ວມລາຍການ. ພາບ: ມີງລວານ |
ດ້ວຍສານ “ທຸກໆບາດແລ່ນ-ການກະທໍາສີຂຽວໃຫ້ການທ່ອງທ່ຽວຮ່າໂນ້ຍ”, ລາຍການແນໃສ່ຮຽກຮ້ອງໃຫ້ປະຊາຊົນ ແລະນັກທ່ອງທ່ຽວພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງສະພາບແວດລ້ອມແຫ່ງການທ່ອງທ່ຽວແບບອາລະຍະທຳ, ເປັນມິດ, ປະກອບສ່ວນແຜ່ຂະຫຍາຍວິຖີຊີວິດສີຂຽວໃນສັງຄົມ. ຜ່ານການກະທໍາແທດຈິງ, ຄື: ການຝຶກຝົນຫຼໍ່ຫຼອມສຸຂະພາບ, ການເກັບຂີ້ເຫຍື້ອ, ການເຄື່ອນໄຫວປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ກໍ່ສ້າງສະຖານທີ່ສາທາລະນະສີຂຽວ, ສະອາດ, ສວຍງາມ; ໂຄສະນາພາບພົດນະຄອນຫຼວງສີຂຽວ, ເປັນມິດ ແລະດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະສາກົນ, ຊຸກຍູ້ການພັດທະນາການທ່ອງທ່ຽວຕາມທິດແບບຍືນຍົງ.
ໂດຍ: ເຈິ່ນຮວ່ຽນ