leftcenterrightdel
ຄູຝຶກ Park Hang-seo ກ່າວຄໍາເຫັນທີ່ການປະຊຸມຂ່າວ. ພາບ: VFF.

ຄູຝຶກ Park Hang-seo ໃຫ້ຮູ້ວ່າ “ພວກຂ້າພະເຈົ້າຈະພະຍາຍາມໃຫ້ຊະນະສອງນັດໃນກຸ່ມ 1. ນັກກິລາຂອງພວກຂ້າພະເຈົ້າພວມຢູ່ໃນເກນອາຍຸ U.22-U.23, ສະນັ້ນຈຶ່ງບໍ່ຖືວ່າເປັນທີມທີ່ສົມບູນແບບເທື່ອ. ພວກເຂົາກໍາລັງຢູ່ໃນຂັ້ນຕອນການເຕີບໂຕ ແລະຍາມໃດພວກຂ້າພະເຈົ້າກໍ່ພະຍາຍາມເພື່ອໃຫ້ນັກກິລາມີການພັດທະນາດີທີ່ສຸດ”. ໃນຂະນະນັ້ນ, ຄູຝຶກ Jiunn-Ming Chen ຂອງທີມ U.23 ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ “ທີມຊາດບານເຕະ U.23 ຫວຽດນາມ ແມ່ນທີມໜຶ່ງທີ່ແຮງແກ່ນ, ການຫຼິ້ນບານຂອງເຂົາເຈົ້າແມ່ນດີທີ່ສຸດ. ເຖິງຢ່າງໃດກໍ່ຕາມພວກຂ້າພະເຈົ້າກໍ່ຈະຕັດສິນໃຈເພື່ອໃຫ້ໄດ້ເຂົ້າຮອບຊີງຊະນະເລີດ”.

ໂດຍ: ຈາງຫງວຽນ