leftcenterrightdel

         ຫວຽດນາມ ຈະຈັດ ຊີເກມ 31 ໃນເດືອນພຶດສະພາ 2022. ພາບ: VFF

ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສະໜັບສະໜູນຕໍ່ການຕົກລົງເຫັນດີນີ້ ແລະຖືວ່າ ສິ່ງນີ້ຈະເອື້ອອຳນວຍໃຫ້ປະເທດຕ່າງໆມີເວລາລາຍງານຕໍ່ລັດຖະບານຂອງເຂົາເຈົ້າ ເພື່ອສ້າງແຜນງົບປະມານຂອງປີ 2022. ພິເສດແມ່ນຊ່ວຍໃຫ້ກໍາປູເຈຍ ກະກຽມຂັ້ນຕອນໃນການຈັດຕັ້ງ ຊີເກມ 32 ໃນປີ 2023 (ຄາດວ່າຈະຈັດຕັ້ງໃນລະຫວ່າງວັນທີ 5-17 ພຶດສະພາ 2023).

ກ່ຽວກັບການຈັດຕັ້ງ ຊີເກມ 31 ນີ້, ທ່ານ ເຈິ່ນດຶກເຟີນ, ຮອງຫົວໜ້າກົມໃຫຍ່ກິລາ ກາຍຍະກຳ, ຮອງຫົວໜ້າຄະນະຈັດຕັ້ງ ຊີເກມ 31 ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ເຫັນດີຕໍ່ການເລື່ອນເວລາຈັດ ຊີເກມ 31 ໄປຮອດໄຕມາດທີ 2 ປີ 2022 (ຄາດວ່າແມ່ນເດືອນ ພຶດສະພາ). ຫວຽດນາມ ຈະແຈ້ງໃຫ້ SEAGF ແລະຄະນະກຳມະການ Olympic ແຫ່ງຊາດ ຮັບຊາບເມື່ອມີຂໍ້ຕົກລົງຢ່າງເປັນທາງການ.

ໂດຍ: ທະນາພອນ